ພາຍຫລັງໄດ້ສະເຫລີຍເຄື່ອງຫມາຍງານກິລາໂອລິມປິກປີ 2008 ເມື່ອປີ 2003 ແລ້ວ,ປະຈຸບັນ,ຕົວນຳໂຊກຂອງງານກິລາໂອລິມປິກປັກກິ່ງໄດ້ສຳເລັດຂັ້ນຕອນການຮັບສະຫມັກແລ້ວ,ຈະປະກາດເປັນທາງການໃນເດືອນມິຖຸນາປີ 2005.ຕໍ່ການປະກວດຕົວນຳໂຊກຂອງງານກິລາໂອລິມປິກ,ມວນຊົນຈີນໄດ້ສະແດງຫ້ຄວາມກະຕືລືລົ້ນທີ່ສຸດ,ພາກັນສະເຫນີຜູ້ເຂົ້າສະຫມັກທີ່ສົນໃຈຕົນເອງ.ສ່ວນກຳມະການປະກວດທັງຫລາຍທີ່ປະກອບດ້ວຍຜູ້ຊ່ຽວ ຊານວົງການຕ່າງໆກໍ່ຈະປະກວດຕົວນຳໂຊກທີ່ເຂົ້າຮ່ວມການປະກວດນັ້ນຢ່າງເອົາຈິງເອົາຈັງ, ປະກວດເອົາຕົວນຳໂຊກຂອງງານກິລາໂອລິມປິກປີ 2008 ທີ່ທັງມີລັກສະນະຊາດຈີນທັງມີຈຸດພິເສດຂອງຍຸກສະໄຫມແລະໄດ້ຮັບຄວາມນິຍົມຊົມຊອບທີ່ສຸດຈາກແຟນກິລາບັນດາປະເທດໃນໂລກ.ໃນລາຍການເທື່ອນີ້,ເຊີນຟັງບົດແຈ້ງຂ່າວຂອງນັກຂ່າວcri ທີ່ພາດຫົວເລື່ອງວ່າ:ງານກິລາໂອລິມປິກປັກກິ່ງຈະປະກວດຕົວນຳໂຊກທີ່ມີສີສັນພິເສດຂອງວັດທະນະທຳຈີນ.
ໃນຖານເປັນ"ເຄື່ອງຫມາຍ"ຂອງງານກິລາໂອລິມປິກ,ຄະນະກຳມະການໂອລິມປິກສາກົນແລະຄະນະກຳມະການຈັດຕັ້ງງານກິລາໂອລິມປິກທຸກຄັ້ງລ້ວນແຕ່ມີຄວາມຮຽກຮ້ອງຕ້ອງການສູງທີ່ສຸດຕໍ່ການອອກແບບຂອງຕົວນຳໂຊກ,ເພາະວ່າມັນໄດ້ຫາບແບກຫນ້າທີ່ສອງຢ່າງ,ຄື:ບັນລະຍາຍວັດຖຸປະສົງຂອງເຈົ້າພາບໃນການຈັດງານກິລາໂອລິມປິກ,ພ້ອມທັງສ້າງປະສິດທິຜົນດ້ານການຄ້າອັນມະຫາສານໃຫ້ແກ່ເຈົ້າພາບ.ເມື່ອເດືອນສິງຫາປີ 2004, ຄະນະກຳມະການຈັດຕັ້ງງານກິລາໂອລິມປິກປັກກິ່ງໄດ້ຝາກຈົດຫມາຍເຊື້ອເຊີນໄປຍັງອົງການອອກແບບວິຊາສະເພາະແລະຜູ້ອອກແບບວິຊາສະເພາະໃນທົ່ວໂລກ,ຮັບສະຫມັກຕົວນຳໂຊກຂອງງານກິລາໂອລິມປິກປັກກິ່ງປີ 2008.ຂັ້ນຕອນຮັບສະຫມັກໄດ້ສິ້ນສຸດລົງໃນວັນທີ 1 ທັນວາແລ້ວ,ຈາກນັ້ນຈະປະກວດ ດັດແກ້ ສຳຫລວດພິຈາລະນາພ້ອມດ້ວຍການປົກປ້ອງດ້ວຍການຈົດທະບຽນທາງກົດຫມາຍແລະວຽກງານທີ່ກ່ຽວຂ້ອງອື່ນໆ,ໄດ້ກຳນົດໃນເບື້ອງຕົ້ນວ່າຈະສະເຫລີຍ ຜົນເປັນທາງການໃນເດືອນມິຖຸນາປີ 2005.ໃນການຮັບສະຫມັກ,ຄະນະກຳມະການຈັດຕັ້ງງານກິລາໂອລິມປິກໄດ້ວາງມາດຖານອັນລະອຽດຕໍ່ຕົວນຳໂຊກ.ຕໍ່ເລື່ອງນີ້,ທ່ານເສີນຜີງ ເຈົ້າຫນ້າທີ່ໂຄງການວັດທະນະທຳຂອງຄະນະກຳມະການຈັດຕັ້ງງານກິລາໂອລິມປິກປັກກິ່ງສະເຫນີໃຫ້ຮູ້ວ່າ:"ຫນຶ່ງຕ້ອງຮັກ.ຕ້ອງໄດ້ຮັບຄວາມນິຍົມຊົມຊອບຈາກພວກຫຼານນ້ອຍ,ທັງໄດ້ຮັບຄວາມຮັບຮອງໂດຍທົ່ວໄປຈາກກຸ່ມຄົນຕ່າງໆ;ສອງເຮັດໃຫ້ຄົນຕື່ນຕາຕື່ນໃຈໃນຈິນຕະນາການ,ເຊິ່ງຕ່າງ ກັບການອອກແບບຂອງງານແຂ່ງຂັນກິລາຂະຫນາດໃຫຍ່ແລະການເຄື່ອນໄຫວເຊັ່ນງານກິລາໂອລິມປິກທຸກຄັ້ງທີ່ຜ່ານມາ,ສາມຕ້ອງມີສີສັນພິເສດຂອງວັດທະນະທຳຈີນ,ສະແດງໃຫ້ເຫັນທັດສະນະຄະຕິຂອງງານກິລາໂອລິມປັກກິ່ງ;ສີ່ໃນດ້ານເຕັກນິກສາມາດສະແດງໃຫ້ເຫັນແລະບັນລະຍາຍເຖິງທຸກລາຍການແຂ່ງຂັນ"
ຄະນະກຳມະການຈັດຕັ້ງງານກິລາໂອລິມປິກປັກກິ່ງຍັງກ່າວເນັ້ນວ່າ,ຕົວນຳໂຊກຕ້ອງມີຄຸນຄ່າພັດທະນາການຄ້າທີ່ຄ່ອງແຄ້ວ,ເຫມາະສຳລັບຂອງນ້ອຍຄືເຂັມຄັດ,ໃຫຍ່ທໍ່ເດັກກາຕູນທີ່ສູງຊ້ຳຄົນ,ເຫມາະສຳລັບຂອງຫຼິ້ນທີ່ເຮັດດ້ວຍອຸປະກອນຕ່າງໆ ເຫມາະສຳລັບທຸກຂົງເຂດ ຜະລິດຕະພັນສິດສຳປະທານພ້ອມດ້ວຍທີວ ທັດງານກິລາໂອລິມປິກເປັນຕົ້ນ.
ໃຕ້ການເຊື້ອເຊີນຂອງຄະນະກຳມະການຈັດຕັ້ງງານກິລາໂອລິມປິກປັກກິ່ງ,ເຂດແຂວງຈຳນວນຫນຶ່ງຂອງຈີນພາກັນສະເຫນີຕົວນຳໂຊກຂອງຕົນ,ສ່ວນຫລາຍແມ່ນສັດລ້ຳຄ່າມີຫນ້ອຍບຸກຄົນໃນເທບນິຍາຍຂອງເຂດແຂວງຕົນ.ຕົວຢ່າງຄື,ຫມີແພນດາເກີດຢູ່ແຂວງເຊສວນ,ປະຊາຊົນແຂວງເຊສວນກໍ່ໄດ້ຮ້ອງຂໍຕໍ່ຄະນະກຳມະການຈັດງານກິລາໂອລິມປິກປັກກິ່ງໃຫ້ຖືຫມີແພນດາເປັນຕົວນຳໂຊກ,ແລະຂໍໃຫ້ຜູ້ຊ່ຽວຊານທີ່ຊື່ດັງໃນທົ່ວປະເທດອອກແບບຮູບຊົງຂອງຫມີແພນດາ.ອົງການປົກຄອງແຂວງເຊສວນຍັງຕົກລົງເບີກເງິນຫນຶ່ງລ້ານຢວນ,ເພື່ອ ເປັນລາງວັນແກ່ຜູ້ຮັບປະກວດທີ່ອອກແບບຕົວນຳໂຊກຂອງງານກິລາໂອລິມປິກທີ່ຖືຫມີແພນດາເປັນເຄົ້າເດີມ.ນອກນີ້,ແຂວງຈ່ຽງຊູ່ໄດ້ສະເຫນີໃຫ້ເອົາຫະນຸມານ"ລາຊາລິງ"ທີ່ເປັນຕົວເອກຂອງ ເທບນິຍາຍຈີນເລື່ອງ"ໄຊອີວ"ເປັນຕົວນຳໂຊກ,ແຂວງຊິງໄຫ ເຂດຊິນຈ່ຽງແລະເຂດຕິເບດໄດ້ຮ່ວມກັນສະເຫນີເຍືອງຕິເບດ,ແຂວງໄຫລົງຈ່ຽງ ນະຄອງຫລວງປັກກິ່ງແລະແຂວງຟູຈ້ຽນກໍ່ຕ່າງສະເຫນີນົກຍາງຈອມແດງ ກະຕ່າຍ ເສືອພາກໃຕ້ຂອງຈີນເປັນຕົ້ນ.ເວັບໄຊທີ່ຊື່ດັງຈຳນວນຫນຶ່ງຂອງຈີນພາກັນຈັດຄໍລຳເພື່ອການເຄື່ອນໄຫວລາຍນີ້,ຈຳນວນຄົນທີ່ເຂົ້າຮ່ວມການປ່ອນບັດໃນອັນເຕີເນັດໄດ້ລື່ນກາຍຫນຶ່ງລ້ານເທື່ອຄົນແລ້ວ. ໃນການເຄື່ອນໄຫວສະເຫນີຕົວນຳໂຊກງານກິລາໂອລິມປິກຢູ່ແຫ່ງຕ່າງໆຂອງຈີນ,ປະຈຸບັນ,ຫມີແພນດາມີສຽງຮຽກຮ້ອງຈະໄດ້ຮັບການປະກວດຫລາຍກວ່າ.ມີຜູ້ຊ່ຽວຊານກ່າວວ່າ,ຫມີແພນດາມີຮູບຊົງຫນ້າຮັກຫລາຍ,ແຕ້ມງ່າຍ,ຂົນມັນເປັນສີຂາວດຳເຊິ່ງເຂົ້າກັບສີຂາວສີດຳເຊິ່ງເຂົ້າກັບສີດຳແລະສີແດງຂອງເຄື່ອງຫມາຍງານກິລາໂອລິມປິກປັກກິ່ງໄດ້ດີຫລາຍ.ແຕ່ວ່າ,ທ່ານອູໂຊ້ວຈ່າງ ຮອງປະທານຄະນະກຳມະການໂອລິມປິກຈີນໄດ້ເວົ້າໃນງານສຳມະນາກ່ຽວກັບຕົວນຳໂຊກຢູ່ແຂວງເຊສວນນັ້ນວ່າ,ຫມີແພນດາຮ້ອງຂໍເປັນຕົວນຳໂຊກນັ້ນມີທ່າແຮງຫລາຍ,ແຕ່ຈະໄດ້ຮັບປະກວດຫລືບໍ່,ການອອກແບບແມ່ນຂໍກະແຈ.ທ່ານອູໂຊ້ວຈ່າງໄດ້ວິໄຈຫລາຍບັນຫາທີ່ຫມີແພນດາຮ້ອງຂໍເປັນຕົວນຳໂຊກຈາກແງ່ຄະນະກຳມະການໂອລິມປິກສາກົນວ່າ "ງານກິລາເອຊຽນເກມປີ 1990 ເຄີຍໃຊ້ຫມີແພນດາເປັນຕົວນຳໂຊກ,ມັນແນ່ນອນແລ້ວວ່າ, ນີ້ຈະແມ່ນບັນຫາຫນຶ່ງ,ເພາະວ່າຄົນທັງຫລາຍເຄີຍຊິນກັບຫມີແພນດາແລ້ວ;ນອກນີ້,ຫມີແພນດາມີຊື່ສຽງດົງດັງ,ບໍລິສັດແລະສິນຄ້າທີ່ຈົດທະບຽນດ້ວຍຫມີແພນດານັ້ນມີຫລວງຫລາຍ,ສິດຊັບສິນທາງປັນຍາຂອງຕົວນຳໂຊກຂອງງານກິລາໂອລິມປິກຂຶ້ນກັບຄະນະກຳມະການໂອລິມປິກສາກົນ,ສະນັ້ນ,ໃນການປົກປ້ອງອາດຈະມີບັນຫາຈຳນວນຫນຶ່ງ." ທ່ານອູໂຊ້ວຈ່າງເວົ້າວ່າ:"ຈະທັບມ້າງອຸປະສັກເຫົ່ຼານີ້ແນວໃດນັ້ນ,ຂໍກະແຈຍັງແມ່ນຕ້ອງມີການປະດິດຄິດແຕ່ງທີ່ຕື່ນໃຈຄົນ.ເຖິງວ່າຫະນຸມານບໍ່ມີບັນຫາທີນຶ່ງນີ້ກໍ່ຕາມ,ແຕ່ຍັງມີອີກສອງບັນຫາການອອກແບບຕົວນຳໂຊກທີ່ທັບມ້າງອຸປະສັກນັ້ນຕ້ອງມີລະດັບສູງ ໃຫມ່ອ່ຽມແລະພິລຶກພິລ້ຳ,ຍິ່ງສຳຄັນກວ່ານັ້ນແມ່ນ,ມັນເປັນສື່ອັນຈົບງາມ,ເຜີຍແຜ່ວັດທະນະທຳດັ້ງເດີມແລະຈຸດພິເສດແຫ່ງຍຸກສະໄຫມຂອງຈີນຕໍ່ປະຊາຊົນໃນໂລກ."
ນອກນຈາກຮູບຊົງທີ່ຄົນຈີນຄຸ້ນເຄີຍເຊັ່ນຫມີແພນດາແລະຫະນຸມານເປັນຕົ້ນແລ້ວ,ຜູ້ຊ່ຽວຊານອອກແບບສ່ວນຫນຶ່ງຫວັງໃຫ້ປັກກິ່ງມີຕົວນຳໂຊກທີ່ໃຫມ່ອ່ຽມແລະສາມາດສະເທືອນສາຍຕາຂອງຄົນທັງຫລາຍ.
ທ່ານໂກຊຸນນິງທີ່ເປັນຫນຶ່ງໃນຜູ້ອອກແບບ"ຕາປະທັບຂອງຈີນ"ເຊິ່ງເປັນເຄື່ອງຫມາຍຂອງງານກິລາໂອລິມປິກປັກກິ່ງປີ 2008 ເຫັນວ່າ:"ຕົວນຳໂຊກນອກຈາກສະແດງໃຫ້ເຫັນອາລົມຈິດຂອງງານກິລາໂອລິມປິກແລ້ວ, ສຳາຄັນກວ່ານັ້ນແມ່ນການພັດທະນາຕະຫລາດ.ມັນຕ້ອງມີສິດຊັບສິນທາງປັນຍາທີ່ສົມບູນຈິ່ງສາມາດ ກາຍເປັນຕົວນຳໂຊກໄດ້.ຫວັງຈະໄດ້ເຫັນຕົວນຳໂຊກທີ່ໃຫມ່ອ່ຽມ ສະເທືອນສາຍຕາ ທັງໃກ້ຊິດຄຸ້ນເຄີຍແລະມີຫົວກະທິວັດທະນະທຳຈີນປະກົດໃນງານກິລາໂອລິມປິກປີ 2008.ຕົວນຳໂຊກຄ້ວນມີຮູບຊົງທີ່ຫນ້າຮັກ."
ຕົວນຳໂຊກຂອງງານກິລາໂອລິມປິກປັກກິ່ງທີ່ຈະສະເຫລີຍໃນຕົ້ນລະດູຮ້ອນປີຫນ້າອາດຈະແມ່ນຫມີແພນດາ,ອາດຈະແມ່ນຫະນຸມານ,ອາດຈະແມ່ນສັດລ້ຳຄ່າອື່ນໆ,ອາດຈະແມ່ນຜົນ ປະດິດສ້າງດ້ວຍເຕັກນິກທັນສະໄຫມ,ອາດຈະແມ່ນສິ່ງທີ່ບໍ່ໄດ້ຄິດເຖິງ,ອາດຈະແມ່ນສິ່ງທີ່ຄິດເຖິງແຕ່ພັດປະກົດຕົວດ້ວຍຮູບຊົງອັນໃຫມ່ອ່ຽມ…ບໍ່ວ່າມັນແມ່ນຫຍັງ,ແຕ່ຄວາມເຫັນທີ່ເປັນເອກະສັນກັນໃນປະຈຸບັນຂອງຜູ້ຊ່ຽວຊານທັງຫລາຍຂອງຄະນະກຳມະການປະກວດຕົວນຳໂຊກນັ້ນແມ່ນ,ຕົວນຳໂຊກງານກິລາໂອລິມປິກຄວນມີສີສັນວັດທະນະທຳດັ້ງເດີມທີ່ແຮງກ້າຂອງຈີນ,ທັງມີອິດທິພົນຊື່ສຽງແລະຜົນສະທ້ອນກວ້າງຂວາງຢູ່ໃນໂລກ.ເມື່ອຮອດຍາມນັ້ນ,ຈະຄັດເລືອກເອົາຕົວນຳໂຊກທີ່ສາມາດເປັນຕົນແທນໃຫ້ແກ່ງານກິລາໂອລິມປິກປັກກິ່ງຈາກຮ້ອຍເຄື່ອງພັນເຄື່ອງ
|