ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-13 09:48:15    
ເຜົ່າ​ເຊີ

cri Author: sayvanny

​ເຂດ​ເຜົ່າ​ເຊີ​ແມ່ນ​ເຂດ​ພູມ​ອາກາດ​ຊຸ່ມ​ຢູ່​ມໍ່​ແຖບ​ຮ້ອນ,ອົບ​ອຸ່ນ​ຊຸ່ມ​ເຢັນ​ດີ,​ໂດຍ​ແບ່ງ​ອອກ​ເປັນ​ສີ່ລະດູ​ຢ່າງ​ຈະ​ແຈ້ງ​,ຢູ່​ແຫ່ງ​ນີ້​ມີ​ຊັບພະຍາກອນ​ອຸດົມສົມບູນ,ຜະລິດ​ຕະພັນ​ກະສິກຳ​ຂອງ​ເຜົ່າ​ເຊີ​ຕົ້ນຕໍ​ແມ່ນ​ເຂົ້າ,ຫມາກສາລີ ຜັກກາດ​ເຮັດ​ນ້ຳມັນ,ຫມາກ​ຖົ່ວ ​ໃບຢາ​ແລະ​ມັນຝຼັ່ງ,ຢູ່​ແຫ່ງ​ນີ້​ມີ​ຕົ້ນ​ໄມ້​ຫຼາຍ​ຊະນິດ,ຕົ້ນຕໍ​ແມ່ນ​ກົກ​ແປກ​ກົກ​ສົນ​ແລະ​ໄມ້​ສາມ​ສາ,ນອກ​ນັ້ນ,ຍັງ​ມີ​ຕົ້ນ​ໄມ້ອັນ​ລ້ຳ​ຄ່າ​ທີ່​ມີ​ຫນ້ອຍ​ໃນ​ໂລກ,ຊັບພະຍາກອນ​ປ່າ​ໄມ້​ອັນ​ອຸດົມ​ສົມບູນ​ກໍ​ໄດ້​ມີ​ເຄື່ອງ​ປ່າ​ຂອງ​ດົງ​ອັນ​ອຸດົມສົມບູນ​ນຳ​ອີກຄື​ໃບຊາ,ຫມາກ​ນ້ຳມັນ,​ເຫັດ​ຫອມ,ຫມາກງາ​ແລະ​ຫວ້ານ​ຢາ​ທີ່​ລ້ຳ​ຄ່າ​ອີກ​ດ້ວຍ.​ໃບຊາ​ໃນ​ແຂວງ​ຟູ​ຈຽນ​ແລະ​ແຂວງ​ເຈີ​ຈຽນ​ແມ່ນ​ມີ​ຊື່​ສຽງ​ຢູ່​ຕະຫຼາດ​ພາຍ​ໃນ​ແລະ​ຕ່າງປະ​ເທດ,​ໃນ​ນັ້ນ​ສ່ວນ​ຫຼາຍ​ແມ່ນ​ຜະລິດ​ຢູ່​ເຂດ​ເຜົ່າ​ເຊີ​ທັງ​ນັ້ນ.

ພາຍຫລັງ​ສະຖາປະນາ​ປະ​ເທດ​ຈີນ​ໃຫມ່​ເມື່ອ​ປີ 1949 ​ແລ້ວ,ປະຊາຊົນ​ເຜົ່າ​ເຊີ​ຈິ່ງ​ເລີ່​ມມີ​ຊີວິດ​ໃຫມ່,​ເມື່ອ​ປີ 1954 ,​ໄດ້​ຕັ້ງ​ເມືອງ​ຈິງ​ຫນິງ​ເຜົ່າ​ເຊີ​ປົກຄອງ​ຕົນ​ເອງ​ຢູ່​ແຂວງ​ເຈີ​ຈຽງ ປະຊາຊົນ​ເຜົ່າ​ເຊີ​ມີ​ສິດສະ​ເຫມີ​ພາບ​ແລະ​ສິດ​ເປັນ​ເຈົ້າ​ຂອງ​ເມືອງ​ດັ່ງກ່າວ,​ໃນ​ຊູ່​ມື້​ນີ້,ຢູ່​ບ້ານ​ເຜົ່າ​ເຊີ​ບໍ່​ພຽງ​ແຕ່​ໄດ້​ສ້າງ​ແຫຼ່ງປູກ​ເຂົ້າ​ເປັນ​ສິນຄ້າ​ທໍ່​ນັ້ນ,ຫາກ​ຍັງ​ອີ​ງຕາມ​ຈຸດ​ພິ​ເສດ​ຂອງ​ບ້ານ​ເຜົ່າ​ເຊີ,ອີງ​ໃສ່​ວິທະຍາ​ສາດ​ເຕັກນິກ​ອອກ​ແຮງ​ຂະຫຍາຍ​ການ​ເຮັດ​ທຸລະ​ກິດ​ຫຼາຍ​ຢ່າງ​ຫຼາຍ​ແນວ,ຕັ້ງຫນ້າ​ສ້າງ​ວິ​ສາ​ຫະກິດ​ຊົນນະບົດ,​ເຮັດ​ໃຫ້​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ເຜົ່​​ເຊີມີ​ລະດັບ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.​ເຮັດ​ໃຫ້​ໂສມ​ຫນ້າ​ຂອງ​ບ້ານ​ເຜົ່າ​ເຊີມີ​ການ​ປ່ຽນ​ແປງ​ຢ່າງ​ໃຫມ່​ອ່ຽມ.


1  2  3