|
 |
(GMT+08:00)
2004-12-10 19:48:43
|
ສິງກະໂປແລະອິນໂດເນເຊຍຫາລືເລື່ອງປະເທດອື່ນໆເຊັ່ນຍີ່ປຸ່ນເປັນຕົ້ນຊ່ອຍຮັກສາຄວາມປອດໄພຂອງຊ່ອງແຄບມາລັກກາ
cri
Author: li
ຕາມຂ່າວຈາກກະຊວງການຄ້າຈີນ: ຍີ່ປຸ່ນພວມພິຈາລະນາໃຫ້ການຊ່ອຍເຫຼືອໃນການຕ້ານການກໍ່ການຮ້າຍຢູ່ຊ່ອງແຄບມາລັກກາ,ເພື່ອເຮັດໃຫ້ການຫຼອນໂຈມຕີຢ່າງເນື່ອງນິດບົນທາງນ້ຳສາຍສຳຄັນດັ່ງກ່າວຫຼຸດໜ້ອຍລົງ.
ພາຍຫຼັງທ່ານຈັງຈືຊຽນ ລັດຖະມົນຕີກະຊວງປ້ອງກັນປະເທດສິງກະໂປທີ່ພວມຢ້ຽມຢາມອິນໂດເນເຊຍພົບປະລັດຖະມົນຕີກະຊວງປ້ອງກັນປະເທດແລະທ່ານຊູຊີໂລ ປະທານາທິບໍດີອິນໂດເນເຊຍແລ້ວ,ທ່ານຈັງຈືຊຽນເວົ້າວ່າ,ພວກທ່ານໄດ້ຫາລືເລື່ອງຜ່ານຈາກການສົ່ງເສີມໃຫ້ປະເທດອື່ນໆເຊິ່ງລວມທັງຍີ່ປຸ່ນເປັນຕົ້ນໃຫ້ການຊ່ອຍເຫຼືອ ມາເພີ່ມທະວີຄວາມປອດໄພຂອງຊ່ອງແຄບ. ໃນດ້ານຕ້ານການກໍ່ການຮ້າຍ ສິງກະໂປແລະອິນໂດເນເຊຍຫວັງຮ່ວມມືກັບປະເທດທີ່ກ່ຽວຂ້ອງເຊັ່ນຍີ່ປຸ່ນເປັນຕົ້ນໃນຂົງເຂດສະໜອງເຕັກນິກ,ການຝຶກຝົນແລະຊົມໃຊ້ຂໍ້ມູນຂ່າວສານເປັນຕົ້ນ.
|
|
|