|
 |
(GMT+08:00)
2004-12-07 18:36:25
|
 |
ປະທານອົງການອານຟາຕາຮຽກຮ້ອງປະຊາຄົມໂລກໃຊ້ກຳລັງໜີບຕໍ່ອິດສະລາແອນເພື່ອຮັບປະກັນການເລືອກຕັ້ງຂອງປາເລັສຕີນ
cri
Author: mo
ຕາມຂ່າວສານຊີນຮວາ: ວັນທີ 6 ທັນວາຢູ່ຕູນີຊີ, ທ່ານຟາລຸກ ກາດູມີ ປະທານອົງການປົດປ່ອຍຊາດປາເລັສຕີນຄືອົງການອານຟາຕາໄດ້ຮຽກຮ້ອງປະຊາຄົມໂລກໃຊ້ກຳລັງໜີບຕໍ່ອິດສະລາແອນ, ເພື່ອຮັບປະກັນໃຫ້ປະຊາຊົນປາເລັສຕີນສາມາດຈັດການເລືອກຕັ້ງປະຊາທິປະໄຕໄດ້ໃນສະພາບທີ່ມີເສລີພາບຢ່າງສົມບູນ. ໃນເວລາພົບປະນັກຂ່າວນັ້ນ, ທ່ານກາດູມີຊີ້ອອກວ່າ, ປະຊາຊົນປາເລັສຕີນພວມກຽມຈັດການເລືອກຕັ້ງຢ່າງເສລີແລະປະຊາທິປະໄຕທີ່ມີການຕິດຕາມກວດກາຂອງສາກົນ. ທ່ານຮຽກຮ້ອງໃຫ້ປະຊາຄົມໂລກແລະ 4 ຝ່າຍທີ່ກ່ຽວຂ້ອງກັບແຜນການເສັ້ນທາງສັນຕິພາບຕາເວັນອອກກາງບັງຄັບໃຫ້ອິດສະລາແອນຖອນອອກຈາກບ້ານປາເລັສຕີນທັງໝົດທີ່ເຂົາຍຶດຄອງແລະຖອນສິ່ງກີດຂວາງທາງການທະຫານທີ່ຈັດວາງຢູ່ເຢລູຊາແລັມຕາເວັນອອກກາງ, ເພື່ອເຮັດໃຫ້ໄທເມືອງປາເລັສຕີນເຊິ່ງລວມທັງໄທເມືອງຢູ່ເຢລູຊາເລັມຕາເວັນອອກກາງສາມາດເຂົ້າຮ່ວມການເລືອກຕັ້ງຢ່າງເສລີ.
ທ່ານຊີ້ອອກວ່າ, ການຖອນທະຫານຄວນນຳໄປສູ່ສ້າງຕັ້ງປະເທດປາເລັສຕີນທີ່ເປັນເອກະລາດ.
|
|
|