ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-30 10:47:07    
ບັນ​ດາ​ກອງ​ປະ​ຊຸມ​ອາ​ຊຽນ​ຈະ​ນຳ​ເອົາ​ໂອ​ກາດ​ພັດ​ທະ​ນາ​ອັນ​ໃຫມ່​ແກ່​ລາວ----ສຳ​ພາດ​ທ່ານ​ຊູ​ນິງ​ນິງ ກຳ​ມະ​ການ​ຝ່າຍ​ຈີນ​ຂອງ​ຄະ​ນະ​ມົນ​ຕີ​ວຽກ​ງານ​ການ​ຄ້າ​ຈີນ​ອາ​ຊຽນ

 


cri Author: sayvanny

ທ່ານ​ຊູ​ນິງນິງຍັງ​ເຫັນ​ວ່າ:

ປະຈຸ​ບັນ ທ່ານ​ເວີ່ນ​ເຈ່ຍ​ປາວ ນາຍົກລັດຖະມົນຕີ​ຈີນ​ພວມ​ຢ້ຽມຢາມ​ຢູ່​ສປປລາວ, ນີ້​ເປັນ​ການ​ສະ​ແດງ​ເຖິງ​ຜູ່​ນຳ​ຈີນ​​ເອົາ​ໃຈ​ໃສ່​ການ​ຂະຫຍາຍ​ການ​ພົວພັນ​ກັບ​ລາວ​ເປັນ​ພິ​ເສດ,ມັນ​ກໍ່ຈະ​ມີ​ບົດບາດ​ຊຸກ​ຍູ້​ການ​ພັດທະນາ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ລາວ​ຢ່າງ​ຕັ້ງຫນ້າ.

ລະ​ຫວ່າງ​ຈີນ​ລາວ​ມີ​​ໄມຕີ​ຈິດ​ມິດ​ຕະ​ພາບ​ມາ​ແຕ່​ດົນ​ນານ, ຈີນ​ກັບ​ລາວ​ມີ​​ເງື່ອນ​ໄຂ​ດ້ານ​ພູມ​ສັນ​ຖານ​ສະ​ດວກ​ທີ່​ສຸດທີ່​ຂະຫຍາຍ​ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ແລະ​ການ​ພົວ​ພັນ​ໄມ​ຕີ​ຈິດ.ທ່ານ​ນາ​ຍົກ​ເວີ່ນ​ເຈ່ຍ​ປາວ​ຢ້ຽມ​ຢາມ​ສປປ​ລາວ​ແມ່ນ​ສະມາ ຊິກ​ຕົ້ນຕໍ​ໃນ​ຫມູ່​ຄະ​ນະ​ນຳ​ຮຸ້ນ​ໃຫມ່​ຂອງ​ຈີນ​ຢ້ຽມຢາມ​ລາວ​ເປັນ​ຄັ້ງ​ທຳ​ອິດ.

​ວັນ​ທີ 28 ພະ​ຈິກ, ​ໃນ​ເວລາ​ເຈ​ລະ​ຈາ​ກັບ​ທ່ານ​ບຸນ​ຍັງ.ວໍ ລະ​ຈິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ສປປ​ລາວ,ທ່ານ​ນາຍົກ​ເວີ່ນ​ເຈ່ຍ​ປາວ​ກໍ່​ໄດ້​ວາງ​ຂໍ້​ສະ​ເຫ​ນີສີ່​ຂໍ້​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ມິດ​ຕະ​ພາບ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ລາວ​ຄື ຍົກ​ລະດັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ ​ເພີ່ມ​ທະວີ​ການ​ການ​ຮ່ວມ​ມື​​ໃນ​ຂົງ​ເຂດ​ພະ​ລັງ​ງານ ຊັບ​ພະ​ຍາ​ກອນ​ບໍ່​ແຮ່​ແລະ​ພື້ນຖານ​ໂຄງ​ລ່າງ​ເປັນ​ຕົ້ນ, ຊຸກ​ຍູ້​ການ​ຄ້າ​ເຂດ​ຊາຍ​ແດນ​ຂະ​ຫຍາຍ​ຕົວ​ຢ່າງ​ສືບ​ເນຶ່ອງ ປອດ​ໃສ​ແລະ​ມີ​ລະບຽບ, ​ເຮັດ​ໃຫ້​ການ​ຮ່ວມມື​ເສດ​ຖະ​ກິດ​ການ​ຄ້າ​ໃນ​ຂອບ​ຫລາຍ​ຝ່າຍ​ໃຫ້​ແຫນ້ນ​ແຟ້ນຍິ່ງ​ຂຶ້ນ.

ທ່ານ​ຊູ​ນິງນິງ​ ກຳມ​ະ​ການ​ຝ່າຍ​ຈີນ​ຄະນະ​ມົນຕີ​​ການ​ຄ້າ​ຈີນ​ອາຊ​ຽນ​ເຫັນ​ວ່າ, ຄຽງ​ຄູ່​ກັບ​ການ​ສ້າງ​ທາງ​ຫລວງ​ຈາກ​ແຂວງ​ຢຸນນານ​ຈີນ​ໄປ​ຮອດ​ແຂວງ​ຫລວງ​ພະ​ບາງ​ຂອງ​ລາວສຳ​ເລັດ​ໃນ​ອະ​ນາ​ຄົດ, ຈະ​ມີ​ວິ​ສາ​ຫະກິດ​ຈີນ​ຍິ່ງ​ຫລາຍ​ໄປ​ລົງ​ທຶນ​ຢູ່​ລາວ, ​ເຂົ້າ​ຮ່ວມ​ການ​​ກໍ່ສ້າງ​ປະ​ເທດ​ລາວ.ທ່ານ​ເວົ້າ​ວ່າ:

​ເນຶ່ອງ​ໃນ​ໂອ​ກາດ​ການ​ຢ້ຽມຢາມ​ຂອງ​ທ່ານ​ເວີ່ນ​ເຈ່ຍ​ປາວ​ເທື່ອ​ນີ້, ຈີນ​ກັບ​ລາວ​ຈະ​​ເຊັນ​ເອ​ກະ​ສານ​ຮ່ວມ​ມື​ເສດ​ຖະ​ກິດ​ຫລາຍ​ສະ​ບັບ.ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ, ອະ​ນາ​ຄົດ​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ລາວ​ແມ່ນ​ກວ້າງ​ຂວາງ​ທີ່​ສຸດ, ​ເປົ້າ ຫມາຍ​ທີ່​ລັດ​ຖະ​ບານ​ຈີນ​ລາວ​ຕົກ​ລົງ​ກັນ​ທີ່​ໃຫ້​ຍອດ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ​ໃນ​ປີ 2005 ບັນລຸ 200 ລ້ານ​ໂດ​ລາ​ສະ​ຫະ​ລັດ​ນັ້ນ​ແມ່ນ​ສາມາດ​ບັນລຸ​ຜົນ​ເປັນ​ຈິງ​ໄດ້.


1  2