|
 |
(GMT+08:00)
2004-11-08 21:10:10
|
ຄະນະຜູ້ແທນປາເລັສຕີນຈະສືບຕໍ່ໄປຢ້ຽມຢາມປາລີ
cri
Author: MO
ຕາມຂ່າວCRI: ວັນທີ 8 ພະຈິກ, ທ່ານຊາອາສ໌ ລັດຖະມົນຕີການຕ່າງປະເທດຂອງລັດຖະບານປາເລັສຕີນປົກຄອງຕົນເອງກ່າວວ່າ, ຄະນະຜູ້ແທນຊັ້ນສູງຂອງປາເລັສຕີນເຊິ່ງລວມທັງທ່ານຄູລາຍ ນາຍົກລັດຖະມົນຕີ, ທ່ານອາບາສ໌ ເລຂາທິການໃຫຍ່ຄະນະບໍລິຫານງານຂອງອົງການອຳນາດແຫ່ງຊາດປາເລັສຕີນແລະທ່ານຊາອາສ໌ເປັນຕົ້ນຈະເດີນທາງໄປປາລີໃນວັນທີ 9 ພະຈິກ, ເພື່ອຢາມທ່ານອາລາຟັດທີ່ເຈັບໜັກ.
ທ່ານອາຮາເມັດ ລັດຖະມົນຕີກະຊວງໂທລະຄົມປາເລັສຕີນໄດ້ຢືນຢັນຂ່າວດັ່ງກ່າວຕໍ່ນັກຂ່າວ. ພ້ອມກັນນັ້ນ, ທ່ານກ່າວເນັ້ນວ່າ, ການໄປປາລີຢາມທ່ານອາລາຟັດແມ່ນການຕົກລົງຂອງຄະນະນຳປາເລັສຕີນ.
|
|
|