ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ຝ່າຍຈີນຫວັງໃຫ້ຈັດການເຈລະຈາຫົກຝ່າຍກ່ຽວກັບບັນຫານິວເຄຼຍຂອງແຫຼມເກົາຫຼີຮອບໃໝ່ໂດຍໄວ
cri
ຕາມຂ່າວCRI, ໃນງານຊຸມນຸມນັກຂ່າວປະຈຳທ່ີຈັດຂ້ຶນຢູ່ປັກກ່ິງໃນວັນທີ2ພະຈິກ, ທ່ານນາງຈ່າງສີເຢ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ຝ່າຍຈີນຫວັງໃຫ້ຈັດການເຈລະຈາຫົກຝ່າຍກ່ຽວກັບບັນຫານິວເຄຼຍຂອງແຫຼມເກົາຫຼີຮອບໃໝ່ໂດຍໄວ.
ໃນເວລາທ່ານນາງຈ່າງສີເຢຕອບຄຳຖາມທ່ີກ່ຽວຂ້ອງຂອງນັກຂ່າວນັ້ນ, ນາງໄດ້ກ່າວວ່າ, ປະຈຸບັນ, ບັນດາຝ່າຍທ່ີກ່ຽວຂ້ອງມີຄວາມຮັບຮູ້ຄືກັນ, ຄືຕ້ອງສືບຕ່ໍຜ່ານຈາກຂອບການເຈລະຈາຫົກຝ່າຍມາຊຸກຍູ້ຂະບວນການເຈລະຈາສັນຕິພາບ.
|
|