ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-10-21 21:43:59    
ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ​ສ.ປ.ປ.​ເກົາຫຼີ​ຫວັງ​​ໃຫ້​ສືບ​ຕໍ່​ຜ່ານ​ຈັດການ​ເຈລະຈາ​ຫົກ​ຝ່າຍ​​ຊຸກ​ຍູ້​​ການແກ້​ໄຂ​ບັນຫາ​ນີວ​ເຄຼຍ​ແຫຼມ​ເກົາຫຼີ

cri Author: q

ຕາມ​ຂ່າວCRI,ວັນ​ທີ21​ຕຸລາ,​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ,ທ່ານ​ນາງ​ຈາງ​ສີ​ເຢ ​ໂຄ​ສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ສ.ປ.ປ.​ເກົາຫຼີ​ຫວັງ​​ໃຫ້​ສືບ​ຕໍ່​ຜ່ານ​ຈັດ​ການ​ເຈລະຈາ​ຫົກ​ຝ່າຍ​ຊຸກ​ຍູ້​​ການແກ້​ໄຂ​ບັນຫາ​ນີວ​ເຄຼຍ​ແຫຼມ​ເກົາຫຼີ.

ໃນ​ເວລາຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ທ່ານ​ກິມຢົງ​ນາມ ຜູ່​ນຳ​ສ.ປ.ປ.​ເກົາ​ຫຼີ​ມາ​ຢ້ຽມ​ຢາມ​ຈີນ,ທ່ານ​ນາງ​ຈາງ​ສີ​ເຢກ່າວ​ວ່າ,ຜູ່​ນຳ​ຈີນ-ສ.ປ.ປ.​ເກົາ​ຫຼີ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງ​ແລະ​ກວ້າງ​ຂວາງ​ກ່ຽວ​ກັບ​ບການ​ພົວພັນ​ລະ​ຫວ່າງ​ສອງ​ປະ​ເທດ​ແລະ​ບັນຫາ​ທີ່​ສົນ​ໃຈ​ນຳ​ກັນ​​ເຊິ່ງ​ລວມທັງ​ຈະ​ແກ້​ໄຂ​ບັນຫາ​ນີວ​ເຄຼຍ​ແຫຼມ​ເກົາຫຼີ​ແນວ​ໃດ​ເປັນ​ຕົ້ນ.

ໃນ​ການ​ເຈລະ​ຈາ​ແລະ​ໃນ​ການ​ພົບ​ປະ,ຜູ້ນຳ​ຈີນ-ສ.ປ.ປ.​ເກົາຫຼີ​ລ້ວນ​ແຕ່​ກ່າວ​ວ່າ,ຈະທຳ​ຄວາມ​ພະຍາ​ຍາມ​ເພື່ອ​ຊຸກ​ຍູ້​ໃຫ້​ຈັດການ​ເຈລະຈາ​ຫົກ​ຝ່າຍ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.