|
 |
(GMT+08:00)
2004-10-21 14:33:49
|
 |
ທາງລົດໄຟໃຕ້ດິນສາຍທຳອິດ
cri
Author: huachunmei
ຜູ່ທ່ີເຄີຍມາທ່ຽວປັກກ່ິງ, ຄົນສ່ວນຫຼາຍຮູ້ສຶກວ່າຂ່ີລົດໄຟໃຕ້ດິນສະດວກແລ້ວ. ທາງລົດໄຟໃຕ້ດິນສາຍທຳອິດຂອງຈີນແມ່ນຢູ່ປັກກ່ິງ.
ວັນທີ 1 ກໍລະກົດປີ 1965, ທາງລົດໄຟໃຕ້ດິນປັກກ່ິງ ເຊ່ິງເປັນທາງລົດໄຟໃຕ້ດິນສາຍທຳອິດຂອງປະເທດຈີນໃໝ່ເລ່ີມລົງມືກໍ່ສ້າງຢ່າງເປັນທາງການ.
ກິດຈະການໄລຍະທີໜ່ຶງຂອງທາງລົດໄຟໃຕ້ດິນແມ່ນຈາກສະຖານີລົດໄຟປັກກິ່ງໄປຮອດຜ່ິງໂກຢວນເຂດສືຈິງຊານປັກກ່ິງ, ທັງໝົດຍາວ 23,6 ກິໂລແມັດ, ມີສະຖານີ 17 ແຫ່ງແລະໂຮງງານສ້ອມແປງລົດແຫ່ງໜ່ຶງ. ທາງລົດໄຟໃຕ້ດິນບ່ອນເລິກກວ່າໝູ່ແມ່ນ 13 ແມັດ. ວິທະຍຸສາກົນແຫ່ງປະເທດຈີນຫຼື CRI ພວກເຮົາກໍ່ຕັ້ງຢູ່ແຄມທາງລົດໄຟໃຕ້ດິນສາຍນີ້.
ການປ້ອງກັນນ້ຳຊຶມແມ່ນຂໍກະແຈອັນໜ່ຶງທ່ີຮັບປະກັນທາງລົດໄຟໃຕ້ດິນວ່າຈະໃຊ້ໄດ້ເປັນປົກກະຕິຫຼືບໍ່. ພະນັກງານເຕັກນິກໄດ້ໃຊ້ພົມນ້ຳມັນໃຍແກ້ວ ເຊ່ິງເປັນຜະລິດຕະພັນໃໝ່ຢ່າງສຳເລັດຜົນເທ່ືອທຳອິດ, ແລະໄດ້ຄົ້ນຄວ້າວິທີແລະອຸປະກອນກັນຊຶມຫຼາຍຊະນິດ. ວັນທີ 20 ກັນຍາປີ 1969, ກິດຈະການໄລຍະທີໜ່ຶງຂອງທາງລົດໄຟໃຕ້ດິນໄດ້ສ້າງສຳເລັດແລະແລ່ນລົດໄດ້, ເດືອນກັນຍາປີ 1984, ກິດຈະການໄລຍະທີສອງຂອງທາງລົດໄຟໃຕ້ດິນເຊ່ິງເປັນທາງລົດໄຟໃຕ້ດິນອ້ອມເມືອງໄດ້ເລ່ີມແລ່ນລົດເປັນທາງການ.
|
|
|