ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-28 18:46:46    
ງານ​ກິລາ​ໂອ​ລີ​ມປິກ​ຄົນ​ພິການ​ອາ​ແຕນ​ຈະ​ອັດ​ລົງ​ໃນ​ຕອນ​ຄ່ຳ​ວັນ​ທີ 28 ກັນຍາ

cri Author: MO
ຕາມ​ຂ່າວCRI: ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ​ຄັ້ງທີ 12 ທີ່​ຈັດ​ຂຶ້ນ​ຢູ່​ອາ​ແຕນ​ຈະ​ປິດ​ງານໃນ​ຕອນ​ຄ່ຳ​ວັນ​ທີ 28 ກັນຍາ​ເວລາ​ທ້ອງ​ຖິ່ນ.

ນັກ​ກິລາ 3800 ກວ່າ​ຄົນ​ທີ່​ມາ​ຈາກ 136 ປະ​ເທດ​ແລະ​ເຂດ​ແຄວ້ນ​ໄດ້​ເຂົ້າຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ​ຄັ້ງນີ້, ຄະນະ​ຜູ່​ແທນ​ກິລາ​ຈີນ​ຊິງ​ໄດ້​ຫລຽນ​ຄຳ 63 ຫລຽນ​ແລະ​ຫລຽນ​ລາງວັນ 141 ຫລຽນ, ​​ໄດ້​ທີ​ໜຶ່ງ​ໃນ​ການ​ລຽນ​ລຳດັບ​ຫລຽນ​ຄຳ​ແລະ​ຍອດ​ຈຳນວນ​ຫລຽນ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ​ຄັ້ງນີ້, ​ໄດ້​ສ້າງ​ຜົນງານ​ດີ​ທີ່​ສຸດ​ໃນ​ປະ​ຫວັດ​ທີ່​ຈີນ​ເຂົ້າຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ.

ໃນ​ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ​ຄັ້ງນີ້, ລວມມີ 58 ປະ​ເທດ​ແລະ​ເຂດ​ແຄວ້ນ​ຊິງ​ໄດ້​ຫລຽນ​ຄຳ, 74 ຄະນະ​ຜູ່​ແທນ​ຊິງ​ໄດ້​ຫລຽນລາງວັນ.

ຕອນ​ຄ່ຳ​ວັນ​ທີ 28 ກັນຍາ,​ເວລາ​ທ້ອງ​ຖິ່ນ, ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ​ຄັ້ງນີ້​ຈະ​ຈັດ​ພິທີ​ປິດ​ງານ, ທ່ານ​ລິວ​ຈິ້ງ​ມີນ ຮອງ​ເຈົ້າຄອງກຳ​ແພງ​ນະຄອນ​ປັກ​ກິ່ງ​ຈະ​ຮັບ​ເອົາ​ທຸງ​ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ​ຈາກ​ທ່ານຟີ​ວ-​ເຄຼ​ເວີນ ປະທານ​ຄະນະ​ກຳມະການ​​ກິລາ​ໂອ​ລິ​ມປິກ​ຄົນ​ພິການ​ສາກົນ.

ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ​ຄັ້ງທີ 13 ຈະ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ປີ 2008.