|
 |
(GMT+08:00)
2004-09-27 15:18:40
|
 |
ໂຮງແຮມແຫ່ງທຳອິດທ່ີຈີນແລະຕ່າງປະເທດຮ່ວມກັນລົງທຶນຢູ່ຈີນ
cri
ການປະຕິຮູບແລະໄຂປະຕູສູ່ພາກນອກທ່ີເລ່ີມແຕ່ຊຸມປີ 70 ສະຕະວັດແລ້ວນີ້ໄດ້ເຮັດໃຫ້ຈີນໄຂປະຕູໄປສູ່ໂລກ. ສ່ວນໂລກກໍ່ເລ່ີມເຂົ້າໃຈຈີນ, ຄົນຕ່າງປະເທດມາທຽວຈີນນັບມື້ນັບຫຼາຍ, ໂຮງແຮມແຫ່ງທຳອິດທ່ີຈີນແລະຕ່າງປະເທດຮ່ວມກັນລົງທຶນຢູ່ຈີນໄດ້ສ້າງຂຶ້ນ.
ກ່ອນນີ້ 20 ກວ່າປີ, ຄົນຕ່າງປະເທດທ່ອງທ່ຽວຈີນເລ່ີມເພ່ີມຂຶ້ນຫຼາຍ, ເລີຍເກີດສະພາບໂຮມແຮມບໍ່ພໍ. ໃນຄາວນັ້ນ, ຢູ່ປັກກ່ິງໂຮງແຮມທ່ີສຳລັບຮັບຕ້ອນຄົນຕ່າງປະເທດນັ້ນມີພຽງ 7 ແຫ່ງ. ແຂກຕ່າງປະເທດເປັນຈຳນວນຫຼວງຫຼາຍຢາມປັກກ່ິງແລ້ວ, ຢູ່ໂຮງແຮມບາງແຫ່ງຫ້ອງນອນບໍ່ພໍ ຈຳເປັນໃຫ້ແຂກນອນຢູ່ເທິງຕ່ັງຊາລົງຢູ່ຫ້ອງໂຖງ. ສະນັ້ນ, ລັດຖະບານຈີນຕົກລົງນຳໃຊ້ທຶນຂອງຈີນຕ່າງດ້າວແລະຂອງຕ່າງປະເທດມາສ້າງໂຮງແຮມທ່ອງທ່ຽວ. ປີ 1979, ລັດຖະບານຈີນໄດ້ອະນຸມັດໂຄງການຮ່ວມທຶນງວດທຳອິດ. ໂຮງແຮມຈ້ຽນໂກປັກກ່ິງກໍແມ່ນໂຮງແຮມຮ່ວມທຶນແຫ່ງທຳອິດຂອງຈີນ, ແມ່ນສ້າງຂຶ້ນດ້ວຍການປະກອບທຶນຂອງກົມທ່ອງທ່ຽວນະຄອນປັກກ່ິງແລະທ່ານເຊິນຊວນຮວາ ຊາວຈີນສັນຊາດອາເມລິກາ, ເລ່ີມສ້າງເມ່ືອເດືອນມິຖຸນາປີ 1980, ສ້າງສຳເລັດແລະເລ່ີມທຸລະກິດເມ່ືອເດືອນເມສາປີ 1982.
ໃນເວລານັ້ນ, ຢູ່ເຂດໃນຈີນຍັງບໍ່ມີບົດຮຽນຄຸ້ມຄອງ, ສະນັ້ນ, ໂຮງແຮມຈ້ຽນໂກແມ່ນຄຸ້ມຄອງໂດຍກຸ່ມປ້ານດາວຮົກກົງ ເຊ່ິງເປັນບໍລິສັດວິຊາສະເພາະໃນດ້ານນີ້. ປີ 1987, ວຽກງານຄຸ້ມຄອງຂອງໂຮງແຮມຈ້ຽນໂກໄດ້ເລ່ີມໂອນຈາກຝ່າຍຕ່າງປະເທດໃຫ້ຝ່າຍຈີນເປັນລຳດັບ. ລາຍຮັບຂອງໂຮງແຮມໝົດປີ 1993 ໄດ້ລ່ືນກາຍ 100 ລ້ານຢວນ.
|
|
|