|
 |
(GMT+08:00)
2004-09-27 15:06:41
|
 |
ນັກກິລາຈີນທຳລາຍສະຖິຕິໂລກເປັນເທ່ືອທຳອິດ
cri
Author: huachunmei
"ສາມັກຄີແລະການສູ້ຊົນແມ່ນນ້ຳໃຈແຫ່ງຊາດຈີນພວກຂ້າພະເຈົ້າ, ນັກກິລາໂອລິມປິກຈີນຊີງໄດ້ຜົນງານດີນີ້ຈະກະຕຸກຊຸກຜູ່ໃຫ້ຄົນຈີນໃນທຸກຂະແໜງການສ້າງຜົນງານໃນຕຳ່ແໜ່ງຂອງຕົນ."
"ຂ້າພະເຈົ້າດີໃຈຫຼາຍ! ບໍ່ຄຶດບໍ່ຝັນວ່າ, ນັກກິລາຈີນໄດ້ມີການສະແດງອັນດີເດັ່ນແບບນີ້ໃນງານກິລາໂອລິມປິກຄັ້ງນີ້. ຂ້າພະເຈົ້າມີຄວາມໝັ້ນໃຈຢ່າງເຕັມປ່ຽມໃນນາມເປັນເຈົ້າພາບຈີນຈະຈັດງານກິລາໂອລິມປິກປັກກ່ິງປີ 2008 ໃຫ້ສຳເລັດຜົນຢ່າງຈົບງາມ."
"ຍ່ິງສູງ, ຍ່ິງໄວ, ຍ່ິງແຮງ, ນີ້ແມ່ນນ້ຳໃຈໂອລິມປິກ, ທັງແມ່ນສ່ິງສະແຫວງຫາຂອງພວກຂ້າພະເຈົ້າ. ຂອບໃຈນຳນັກກິລາໂອລິມປິກທ່ີໄດ້ສຶກສາອົບຮົມພວກຂ້າພະເຈົ້າໃຫ້ມີນ້ຳໃຈອັນມີຊີວິດຊີວານີ້"……
ເດືອນສິງຫາຜ່ານມາ, ພວກເຮົາໄດພ້ອມກັນສົນໃຈນຳງານກິລາໂອລິມປິກອາແຕນປີ 2004. ເດືອນກັນຍາ, ງານກິລາໂອລິມປິກຄົນພິການປີ 2004 ກໍໄດ້ອັດລົງແລ້ວ. ໃນງານກິລາສອງຄັ້ງດັ່ງກ່າວ, ນັກກິລາຈີນໄດ້ຮັບຜົນງານດີເດັ່ນ. ຄັນຊັ້ນ, ທ່ານຮູ້ບໍ່ວ່າ, ນັກກິລາຈີນທຳລາຍສະຖິຕິໂລກເປັນເທ່ືອທຳອິດແມ່ນໃນເວລາໃດ?
ວັນທີ 7 ມິຖຸນາປີ 1956, ຢູ່ນະຄອນຊຽງໄຮ້ໄດ້ຈັດການແຂ່ງຂັນຍົກນ້ຳໜັກລະຫວ່າງທີມປະສົມທີ່ປະກອບດ້ວຍກອງທັບປົດປ່ອຍປະຊາຊົນຈີນແລະນະຄອນຊຽງໄຮ້ກັບທີມອະດີດສະຫະພາບໂຊວຽດ. ທ້າວເຊິນຈີ້ງຄາຍ ນັກກິລາຍົກນ້ຳໜັກຂອງກອງທັບປົດປ່ອຍປະຊາຊົນຈີນທ່ີອາຍຸ 20 ປີໄດ້ເຂົ້າຮ່ວມການແຂ່ງຂ້ັນລຸ້້ນນ້ຳໜັກເບົາທ່ີສຸດ. ໃນການຍົກຄັ້ງທຳອິດ, ທ້າວເຊິງຈີ້ງຄາຍໄດ້ຍົກ 125 ກິໂລສຳເລັດ. ໃນການຍົກຄັ້ງທີສອງ, ທ້າວເຊິນຈີ້ງຄາຍໄດ້ຮຽກຈະຍົກ 133 ກິໂລ, ຄວາມໜັກນີ້ໄດ້ລ່ືນກາຍສະຖິຕິໂລກ 0,5 ກິໂລ. ເມ່ືອປະກາດຕົວເລກນີ້ແລ້ວ, ຢູ່ແທ່ນຊົມທ່ີຫໍກິລາໄດ້ມີສຽງຕົກຄະມະດັງຂຶ້ນ, ຜູ່ຊົມ 3 ພັນກວ່າຄົນໄດ້ຄຶກໂຄມ, ຄັ້ງນີ້, ເຂົາບໍ່ໄດ້ຍົກຂຶ້ນ. ຄັ້ງທີສາມຈະເລ່ີມແລ້ວ, ຜູ່ຊົມໄດ້ກັ້ນໃຈນຳທ້າວເຊິນຈີ້ງຄາຍຈົນເຫ່ືອແຕກ. ແຕ່ເຫັນເຂົາໃຈເຢັນໆ, ແລ້ວໄດ້ຍົກນ້ຳໜັກຂຶ້ນດ້ວຍທ່ານັ່ງຢ່ອງຢໍ້, ແລ້ວຍໍຍົກເຮັດຂາຈ່າງໂດຍຍ່າງຂຶ້ນໜ້າໄປບາດດຽວ, ແລ້ວຍົກນ້ຳໜັກ 133 ກິໂລຂຶ້ນສູງກວ່າຫົວຕົນເອງ! ໂຄມສັນຍານສີຂາວທ່ີໝາຍເຖິງສຳເລັດຂອງກຳມະການສາມຄົນໄດ້ແຈ້ງຂຶ້ນແລ້ວ, ຄົນທັງຫຼາຍດີອົກດີໃຈຫຼາຍ, ທ່ົວຫໍກິລາໄດ້ຟົດສະໜ່ັນ. ຜົນງານນີ້ໄດ້ທຳລາຍສະຖິຕິໂລກຄື 132,5 ກິໂລຂອງການຍົກນ້ຳໜັກຂອງລຸ້ນນ້ຳໜັກເບົາທ່ີສຸດ ເຊ່ິງນັກກິລາອາເມລິກາໄດ້ສ້າງໄວ້. ສະຖິຕິໂລກເທ່ືອທຳອິດໃນປະຫວັດການກິລາຈີນໄດ້ກຳເນີດຂຶ້ນແລ້ວ!
ໃນເດືອນພາຈິກປີດຽວກັນ, ທ້າວເຊິນຈີ້ງຄາຍໄດ້ທຳລາຍສະຖິຕິໂລກທ່ີຕົນສ້າງຂຶ້ນສອງເທ່ືອຢ່າງລຽນຕິດດ້ວຍນ້ຳໜັກ 135 ກິໂລແລະ 135,5 ກິໂລ. ແຕ່ປີ 1956 ຫາປີ 1964, ເຂົາໄດ້ສ້າງສະຖິຕິໂລກ 9 ເທ່ືອຕາມລຳດັບ, ໄດ້ສ້າງເລ່ືອງອັດສະຈັນໃນປະຫວັດການຍົກນ້ຳໜັກ. ປີ 1987, ທ່ານຊາມາລານສ໌ ອະດີດປະທານຄະນະກຳມະການໂອລິມປິກສາກົນໄດ້ມອບຫຼຽນໄຊໂອລິມປິກໃຫ້ທ່ານເຊິນຈີ້ງຄາຍ, ເພ່ືອຍ້ອງຍໍເພ່ິນທ່ີໄດ້ປະກອບສ່ວນອັນດີເລີດເຂົ້າໃນການກິລາ.
|
|
|