
ວັນທີ 20 ກັນຍາ ນັກຮຽນມັດທະຍົມຮົງກົງຫລາຍຄົນພວມຊົມການ ວາງສະແດງການສຶກສາ. ມື້ດຽວກັນ ພະແນກການສຶກສາຂອງອົງການປົກ ຄອງເຂດພິເສດຮົງກົງໄດ້ຈັດງານວາງສະແດງການສຶກສາຢູ່ຫໍປະຊຸມວາງ ສະແດງຈົ່ງຫວນຮົງກົງ, ອັນໄດ້ເປີດສາກຂອງການເຄື່ອນໄຫວຮັກຊາດສະ ຫລອງວັນຊາດ.ເນື້ອໃນການວາງສະແດງລວມມີ: ແຜນການຍ້ອງຍໍນັກຮຽນຜູ່ດີເດັ່ນຂອງຮົງກົງ ຫລັກສູດສຶກສາສະພາບແຫ່ງຊາດ ການທ່ອງທ່ຽວຂອງນັກຮຽນທ່ີມີຫົວເລື່ອງວ່າ: ຮັກຫອມປະເທດຊາດ ຈຸດໃຈຂອງລູກຫລານຊາດຈີນແລະຄະນະທັດສະນະສຶກສາວິທະຍາສາດການບິນອະວະກາດຈີນເປັນຕົ້ນ.
 ວັນທີ 20 ກັນຍາ ນັກຮຽນປະຖົມຮົງກົງຜູ່ຫນຶ່ງພວມແນະນຳຄວາມຮູ້ສຶກຂອງຕົນໃນເວລາທ່ຽວຮ່ອມຊານເຊຍຢູ່ທ່ີງານວາງສະແດງການສຶກສາ.
|