|
 |
(GMT+08:00)
2004-09-01 15:02:17
|
ເຂດທ່ອງທ່ຽວມັງກອນເຫຼືອງ(ສຽງ)
cri
Author: zs
 ພູຫິມະແມ່ນທິວທັດອັດສະຈັນແຫ່ງທີສອງໃນເຂດທ່ອງທ່ຽວມັງກອນເຫຼືອງ.ເຂດທ່ອງທ່ຽວມັງກອນເຫຼືອງຕັ້ງຢູ່ແຄມພູພຽງຊິງໄຫຕິເບດ.ເຂດນີ້ສູງກວ່າລະດັບໜ້ານ້ຳທະເລ3000ແມັດຂຶ້ນໄປ,ມີພູຫິມະຕັ້ງຊ້ອງໆກັນ,ໃນນັ້ນ,ພູຫິມະທີ່ສູງ5000ແມັດຂຶ້ນໄປກໍມີ7ໜ່ວຍ,ແມ່ນເຂດສະຫງວນລ່ານນ້ຳກ້າມຍຸກປະຈຸບັນທີ່ສົ້ນພາກຕາເວັນອອກຂອງຈີນ,ມີຄຸນຄ່າວິທະຍາສາດອັນສຳຄັນ.ໃນຍາມທີ່ມີແສງແດດສ່ອງ,ເມື່ອຫຼຽວເບິ່ງພູຫິມະຈາກບ່ອນໄກ,ພູຫິມະສີຂາວ ຟ້າສີຄາມແລະເມກສີຂາວເລື່ອນລອຍໄດ້ປະກອບເປັນຮູບພາບອັນສວຍສົດງົດງາມປານອິນແຕ້ມແຕ່ງ.

ຮ່ອມພູແມ່ນທິວທັດອັດສະຈັນແຫ່ງທີສາມໃນເຂດທ່ອງທ່ຽວມັງກອນເຫຼືອງ.ໃນເຂດນີ້ມີຈອມພູຈຳນວນຫຼວງຫຼາຍ,ໄດ້ຈໍ່ຕົວຂຶ້ນເປັນຮ່ອມພູຢ່າງຫຼວງຫຼາຍ.ຮ່ອມພູແຫ່ງນີ້ມີຈຸດພິເສດສະຫງ່າງາມ ຊັນຊິກລິກແລະອັດສະຈັນ,ເປັນທິວທັດທຳມະຊາດແບບດຶກດຳບັນ,ຖືກເອີ້ນເປັນແດນສະຫວັນເມືອງຄົນ.
1 2 3
|
|
|