
ທ່ານນາງອານຈີໂລປູລົສປະທານຄະນະຈັດຕັ້ງງານກິລາໂອລິມປິກຄັ້ງນີ້ແລະທ່ານລັອກເກີ ປະທານຄະນະກຳມະການໂອລິມປິກສາກົນໄດ້ກ່າວຄຳປາໄສໃນພິທີປິດງານ,ໄດ້ສະຫຼຸບສະພາບຂອງງານກິລາໂອລິມປິກຄັ້ງນີ້.ທ່ານບາໂຄຢັນນິສເຈົ້າຄອງນະຄອນອາແຕນໄດ້ມອບທຸງງານກິລາໂອລິມປິກໃຫ້ທ່ານລັອກເກີຄືນແລ້ວ,ທ່ານລັອກເກີໄດ້ມອບທຸງນີ້ໃຫ້ທ່ານວາງສີຊານເຈົ້າຄອງນະຄອນປັກກິ່ງ ນະຄອນເຈົ້າພາບຈັດງານກິລາໂອລິມປິກລະດູຮ້ອນສະໄໝທີ29.ຫຼັງຈາກນັ້ນ, ນັກສະແດງຈີນຈະສະແດງລາຍການສິນລະປະກຳທີ່ມີສີສັນພິເສດຂອງຈີນເປັນເວລາ8ນາທີຕໍ່ທົ່ວໂລກ,ໄດ້ສະແດງຄວາມຕັດສິນໃຈຢ່າງເດັດດ່ຽວຂອງນະຄອນປັກກິ່ງທີ່ຈະຈັດງານກິລາໂອລິມປິກສະໄໝໜ້າໃຫ້ດີ.ໃນສຸດທ້າຍ,ທວນໄຟສັກສິດຂອງງານກິລາໂອລິມປິກທີ່ໄດ້ໄໝ້ເປັນເວລາ17ມື້ແລ້ວນັ້ນຄ່ອຍໆມອດລົງ.


ນັກກິລາ1ໝື່ນກວ່າຄົນທີ່ມາຈາກ202ປະເທດແລະເຂດແຄວ້ນໄດ້ເຂົ້າຮ່ວມງານກິລາໂອລິມປິກຄັ້ງນີ້,ພວກເຂົາເຈົ້າໄດ້ຍາດຊິງກັນຢ່າງດຸເດືອດໃນການແຂ່ງຂັນກິລາ28ລາຍການໃຫຍ່.ມີນັກກິລາຂອງ75ປະເທດແລະເຂດແຄວ້ນໄດ້ຮັບຫຼຽນລາງວັນ.ໃນການລຽງລຳດັບຫຼຽນລາງວັນ.ຄະນະນັກກິລາອາເມລິກາໄດ້ທີໜຶ່ງ,ຄະນະນັກກິລາຈີນທີສອງແລະຄະນະນັກກິລາລັດເຊຍທີສາມ.
ໃນງານກິລາໂອລິມປິກຄັ້ງນີ້,ຈີນໄດ້ແຕ່ງຄະນະນັກກິລາທີ່ປະກອບດ້ວຍ600ກວ່າຄົນເຊິ່ງແມ່ນຄະນະນັກກິລາຂະໜາດໃຫຍ່ກວ່າໝູ່ໃນປະຫວັດສາດ,ໄດ້ຮັບຜົນງານດີທີ່ສຸດໃນປະຫວັດສາດຄືໄດ້ຫຼຽນຄຳ32ຫຼຽນ,ຫຼຽນເງິນ17ຫຼຽນ,ແລະຫຼຽນທອງ14ຫຼຽນ. 1 2
|