ຕາມຂ່າວcri: ວັນທີ 29 ສິງຫາ ເວລາທ້ອງຖ່ິນ,ງານກິລາໂອລິມປິກອາແຕນໄດ້ເຂົ້າສູ່ມື້ທີ 16, ໃນການແຂ່ງຂັນກ່ອນນີ້ມື້ໜ່ຶງ,ຄະນະນັກກິລາຈີນຊິງໄດ້ຫລຽນຄຳ 4 ຫລຽນ,ຍອດຈຳນວນຫລຽນຄຳທ່ີຈີນໄດ້ຮັບບັນລຸເຖິງ 31 ຫລຽນ,ລ່ືນກາຍຍອດຈຳນວນຫລຽນຄຳທ່ີຈີນໄດ້ຮັບໃນງານກິລາໂອລິມປິກຊິດນີຄື 28 ຫລຽນ,ໄດ້ສ້າງຜົນງານໃໝ່ຄັ້ງປະຫວັດສາດ.


ໃນການແຂ່ງຂັນພາຍເຮືອ 500 ແມັດເພດຊາຍສອງຄົນຊິງຊະນະເລີດ,ທ້າວເມ້ິງກວນຫລຽງກັບທ່ານຢາງເວ່ີນຈຸ່ນ ນັກກິລາຈີນຊິງໄດ້ແຊມປຽນດ້ວຍຜົນງານ 1 ນາທີ 40 ວິນາທີ 278.ນີ້ແມ່ນນັກກິລາຈີນຊິງໄດ້ຫລຽນຄຳໃນການແຂ່ງຂັນພາຍເຮືອໜັງຂອງງານກິລາໂອລິມປິກເປັນຄັ້ງທຳອິດ.



ໃນການແຂ່ງຂັນເທຄວນໂດເພດຍິງລຸ້ນ 67 ກິໂລລົງລຸ່ມຊິງຊະນະເລີດ,ນາງໂລເວີຍ ນັກກິລາຈີນໄດ້ເອົາຊະນະນາງມິສທາກີສ ນັກກິລາເຈົ້າພາບດ້ວຍຄະແນນ 7 ຕໍ່ 6,ແລ້ວຊິງໄດ້ແຊມປຽນ.


ໃນການແຂ່ງຂັນໂດດນ້ຳຈາກແທ່ນສູງ 10 ແມັດເພດຊາຍຊິງຊະນະເລີດ, ທ້າວຫູເຈຍ ນັກກິລາຈີນຊິງໄດ້ຊະນະເລີດດ້ວຍຜົນງານລວມ748,08.ທ້າວຖຽນລຽງ ນັກກິລາຈີນ ອີກຜູ່ໜ່ຶງຊິງໄດ້ຫລຽນທອງຂອງການແຂ່ງຂັນລາຍນີ້.
ໃນການແຂ່ງຂັນບານສ່ົງເພດຍິງ,ໃຕ້ສະພາບການທ່ີເສຍສອງເກມກ່ອນ,ທີມບານສ່ົງ ເພດຍິງຈີນໄດ້ປີ້ນຄືນສາມເກມ,ເອົາຊະນະທີມລັດເຊຍດ້ວຍຄະແນນ 3 ຕໍ່ 2, ແລ້ວ ໄດ້ເປັນແຊມປຽນ.ນີ້ແມ່ນທີມບານສ່ົງເພດຍິງຈີນຊິງໄດ້ຫລຽນຄຳຂອງງານກິລາໂອ ລິມປິກເປັນຄັ້ງທີສອງພາຍຫລັງປີ 1984.

ທີມບານສ່ົງເພດຍິງຈີນຖ່າຍຮູບໝູ່ຢູ່ເທີງແທ່ນມອບລາງວັນ

ສະມາຊິກທີມຈີນສະຫລອງໄຊຊະນະ

ສະມາຊິກທີມບານສ່ົງເພດຍິງຈີນທ່ີໄດ້ແຊມປຽນ ດີໃຈຫລາຍຈົນກອດຄໍກັນໄຫ້

ວັນທີ 28 ສິງຫາ,ນາງເຝີງຄຸນ ນັກກິລາທີມຈີນກັບໝູ່ໃນທີມກອດຊົມກັນ, ສະຫລອງໄດ້ເປັນແຊມປຽນ,ດີໃຈຈົນນ້ຳຕາເຕັມເບົ້າ.
ໃນການແຂ່ງຂັນລາຍການອ່ືນໆ,ທີມອັກຊັງຕິນໄດ້ຮັບຫລຽນຄຳໃນລາຍການບານບ້ວງ ເພດຊາຍ;ທີມອາເມລິກາຊິງໄດ້ຫລຽນຄຳໃນບານບ້ວງເພດຍິງ;ທີມລັດເຊຍໄດ້ຫລຽນ ຄຳໃນການແຂ່ງຂັນກາຍຍຳກຳໝູ່ຄະນະເກັ່ງຮອບດ້ານ;ທ້າວມະນັດ ບຸນຈຳນົງ ນັກກິລາ ໄທໄດ້ຫລຽນຄຳໃນການຊົກມວຍເພດຊາຍລຸ້ນ 64 ກິໂລ.
ນັບມາຮອດເວລາ 20 ໂມງເຄິ່ງວັນທີ 29 ເວລາປັກກ່ິງ,ຄະນະນັກກິລາຈີນໄດ້ຫລຽນຄຳ 31 ຫລຽນ ຫລຽນເງິນ 17 ຫລຽນ ຫລຽນທອງ 14 ຫລຽນ,ເປັນທີສອງຕໍ່ມາ;ຄະນະນັກກິລາອາເມລິກາໄດ້ຫລຽນຄຳ 34 ຫລຽນ ຫລຽນເງິນ 38 ຫລຽນແລະຫລຽນທອງ 28 ຫລຽນ,ເປັນທີໜ່ຶງ;ຄະນະນັກກິລາ ລັດເຊຍໄດ້ ຫລຽນຄຳ 24 ຫລຽນ ຫລຽນເງິນ 26 ຫລຽນແລະ ຫລຽນທອງ 37 ຫລຽນ,ເປັນ ທີສາມ.
ວັນທີ 29 ສິງຫາ ເວລາທ້ອງຖ່ິນ,ງານກິລາໂອລິມປິກຄັ້ງນີ້ຈະປິດງານ,ມື້ນີ້ຈະກຳ ເນີດຫລຽນຄຳ 17 ຫລຽນ.ໃນພິທີປິດງານ,ຜູ່ຕາງໜ້ານະຄອນປັກກ່ິງ ເມືອງເຈົ້າ ພາບຈັດງານກິລາໂອລິມປິກປີ 2008 ຈະຮັບເອົາທຸງ 5 ບ້ວງ,ແລະສະແດງສິນລະ ປະກຳປະມານ 8 ນາທີ.
|