ຕາມຂ່າວCRI ,ວັນທີ 28 ສິງຫາ,ການແຂ່ງຂັນໃນງານກິລາໂອລິມປິກອາແຕນໄດ້ມື້ທີ 15 ,ທ້າວຢາງເວ່ີນຢຸນແລະທ້ານເມີ້ງກວານສຽງ ນັກກິລາຈີນຊິງໄດ້ຫຼຽນຄຳໃນການແຂ່ງຂັນພາຍເຮືອ 500 ແມັດສອງຄົນເພດຊາຍ.
ນີ້ແມ່ນນັກກິລາຈີນໄດ້ແຊມປຽນພາຍເຮືອຂອງງານກິລາໂອລິມປິກເປັນຄັ້ງທຳອິດ. ໃນການແຂ່ງຂັນອ່ືນໆໄດ້ສິ້ນສຸດລົງໃນວັນທີ 28 ສິງຫາ,ໃນການແຂ່ງຂັນພາຍເຮືອ; 500 ແມັດສອງຄົນເພດຍິງ,ນາງຈ່ົງໂຮຢັ້ນແລະນາງຊິລິນ ນັກກິລາພາຍເຮືອຂອງຈີນໄດ້ທີ 4 ,ທິມບານບ້ວງເພດຊາຍຈີນເສຍໃຫ້ທິມແອສປາຍອີກດ້ວຍຄະແນນ 76 ຕໍ່ 92, ໄດ້ທີ 8 ໃນການແຂ່ງຂັນບານບ້ວງເພດຊາຍຂອງງານກິລາໂອລິມປິກຄັ້ງນີ້.
ໃນການແຂ່ງຂັນຊິງບານເຕະເພດຊາຍຊະນະເລີດ,ທິມອັກຊັງຕີນຊະນະທິມປາລາກວາຍດ້ວຍຄະແນນ 1 ຕໍ່ 0 ແລ້ວໄດ້ແຊມປຽນ,ນີ້ແມ່ນຫຼຽນຄຳຫຼຽນທຳອິດທ່ີທິມອັກຊັງຕີນຊິງໄດ້ຮັບໃນງານກິລາໂອລິມປິກແຕ່ປີ 1952 ມານີ້.
ວັນທີ 27 ສິງຫາ,ຄະນະນັກກິລາຈີນຊິງໄດ້ຫຼຽນຄຳ 2 ຫຼຽນໃນການແຂ່ງຂັນກິລາແລ່ນແລະລານເຊ່ິງເປັນກິລາທ່າອ່ອນຂອງຈີນ,ໃນນັ້ນ,ທ້າວລິວສຽງໄດ້້ ຫຼຽນຄຳເປັນຫຼຽນທຳອິດໃນການແຂ່ງຂັນແລ່ນຂ້າມຮົ້ວ 110 ແມັດເພດຊາຍທ່ີຖືກນັກກິລາເອີລົບອາເມລິກາຜູກຂາດຕະຫຼອດມານັ້ນດ້ວຍຜົນງານ 12 ວິນາທີ 91 ອັນໄດ້້ສະເຫມີກັບສະຖິຕິໂລກທ່ີທ້າວແຈັກເຊິນ ໂຄລິນ ນັກກິລາອັງກິດໄດຄອງມາ 11 ປີ,ນີ້ກໍ່ແມ່ນຫຼຽນຄຳກິລາແລ່ນແລະລານຫຼຽນທຳອິດທ່ີນັກກິລາເພດຊາຍຂອງຈີນໄດ້ຮັບໃນງານກິລາໂອລິມປິກທຸກສະໄຫມທ່ີຜ່ານມາ,,ນາງຊິງຮຸ້ຍນ້າ ນັກກິລາຈີນໄດ້ແຊມປຽນໃນການແຂ່ງຂັນແລ່ນ1ຫມ່ືນແມັດເພດຍິງດ້ວຍຜົນງານ 30 ນາທີ 24 ວິນາທີ 36
. ນັບມາຮອດຕອນແລງ 5 ໂມງເຄ່ິງເວລາປັກກ່ິງ,ທິມອາເມລິກາຊິງໄດ້ຫຼຽນຫຼາຍທີຫນ່ຶງຄືໄດ້ຫຼຽນຄຳ 29 ຫຼຽນ ຫຼຽນເງິນ 34 ຫຼຽນ; ຫຼຽນທອງ 27 ຫຼຽນ,.ທິມຈີນໄດ້ທີສອງຄືຫຼຽນຄຳ 28 ຫຼຽນຫຼຽນເງິນ 17 ຫຼຽນ ຫຼຽນທອງ 13 ຫຼຽນ,ທິມລັດເຊຍໄດ້ທີສາມຄືໄດ້ຫຼຽນຄຳ 17 ຫຼຽນ ຫຼຽນເງິນ 23 ຫຼຽນ ຫຼຽນທອງ 30 ຫຼຽນ,
|