|
 |
(GMT+08:00)
2004-08-23 14:23:29
|
 |
ທ່ານເຕ້ິງສຽວຜີງກັບຄາລົມຄົມຄາຍຂອງຈີນ(ພາກຕົ້ນ)
cri
ວັນທີ 22 ສິງຫາປີ 2004 ແມ່ນວັນຄ້າຍວັນເກີດຂອງທ່ານເຕ້ິງສຽວຜີງຄົບຮອບ 100 ປີ."ທິດສະດີເຕ້ິງສຽວຜີງ"ທ່ີບູລຸດຜູ່ຍິ່ງໃຫຍ່ຜູ່ນີ້ປະດິດສ້າງນັ້ນນັບມາຮອດປະຈຸບັນຍັງພວມເກີດມີຜົນສະທ້ອນອັນເລິກເຊິ່ງຍາວໄກຕໍ່ດ້ານຕ່າງໆຂອງຈີນ, ກາຍເປັນຄຳເວົ້າຄົມຄາຍຂອງຈີນທ່ີມີຊ່ືສຽງ. "ພຶດຕິກຳແມ່ນມາດຖານພຽງອັນດຽວແຫ່ງການກວດກາສັດຈະທຳ" -----ບໍ່ມີຄຳເວົ້າຂອງຜູ່ໃດແມ່ນສັດຈະທຳທ່ີໃຊ້ໃນກໍລະນີໃດກໍ່ຖືກຕ້ອງ,ເຊ່ິງ ລວມທັງບູລຸດຜູ່ຍິ່ງໃຫຍ່ທັງໝົດ.ພາຍຫລັງການປະຕິວັດວັດທະນະທຳຂອງຈີນສິ້ນສຸດລົງແລ້ວ,ທ່ານເຕ້ິງສຽວຜີງໄດ້ຮຽກຮ້ອງໃຫ້ດຳເນີນການອະພິປາຍມາດຖານສັດຈະທຳໃນທ່ົວພັກກອມມູນິດຈີນ,ປີ້ນຄະດີທ່ີຜິດພາດ,ອັນໄດ້ແຜ້ວທາງແກ່ການໄຂກອງປະຊຸມຄົບຄະນະສູນກາງພັກກອມມູນິດຄັ້ງທີ 3 ສະໄໝທີ 11ແລະຈີນເຂົ້າສູ່ການສ້າງສາສັງຄົມນິຍົມທ່ີເປັນປົກກະຕິ; "ວິທະຍາສາດເຕັກນິກແມ່ນກຳລັງການຜະລິດ,ປັນຍາຊົນຂອງຈີນໄດ້ເປັນສ່ວນໜ່ຶງຂອງຊົນຊັ້ນກຳມະກອນແລ້ວ." "ອາໄສຄຳເວົ້ານ້ຳເຕົ້າເປົ່າຈະບັນລຸທັນສະໄໝບໍ່ໄດ້,ຕ້ອງມີຄວາມຮູ້,ມີຜູ່ມີຄວາມຮູ້ຄວາມສາມາດ." -----ປີ1978,ກອງປະຊຸມວິທະຍາສາດເຕັກນິກທ່ົວປະເທດຈີນໄດ້ໄຂຂຶ້ນ,ໃນ ກອງປະຊຸມ,ທ່ານເຕ້ິງສຽວຜີງໄດ້ຕີລາຄາປັນຍາຊົນຢ່າງພາວະວິໄສແລະທ່ຽງທຳ. "ວິທະຍາສາດເຕັກນີກແມ່ນກຳລັງການຜະລິດທີ່ໜ່ຶງ"ໄດ້ກາຍເປັນຄວາມຮັບຮູ້ຄື ກັນຂອງຊາວຈີນນັບມື້ນັບຫລາຍ. "ຈະວ່າແມວດຳຫລືແມ່ນແມວຂາວ,ຂໍແຕ່ຈັບໜູໄດ້ກໍ່ແມ່ນແມວທ່ີດີ." -----"ທິດສະດີກ່ຽວກັບແມວ"ບໍ່ແມ່ນທ່ານເຕ້ິງສຽວຜີງເປັນຜູ່ປະດິດສ້າງ. ມັນມາຈາກ ສຸພາສິດໜ່ຶງຢູ່ຊົນນະບົດຈີນ.ແຂວງເຊສວນຂອງຈີນຜະລິດທັນຍາຫານຫລາຍ,ໜູ ກໍ່ຫລາຍ.ຊາວກະສິກອນທ້ອງຖ່ິນລ້ຽງແມວເພ່ືອຈັບໜູ,ສະນັ້ນ ຈ່ິງມີສຸພາສິດຄຳນີ້. ປີ1962,ກະສິກຳຈີນຢູ່ໃນໄລຍະປັບປຸງ,ລະບອບກຳມະສິດປະ ເພດຕ່າງໆໄດ້ຊົງຕົວ ຢູ່ນຳກັນ,ສັບປົນຄົນເລກັນ,ບັນຫາເຂົ້າກິນບໍ່ໄດ້ຮັບການແກ້ ໄຂ,ຊາວກະສິກອນ ຮູ້ສຶກ ສະຫງົນທ່ີສຸດຕໍ່ການທ່ີຄວນໃຊ້ເບົ້າແບບການຜະລິດຊະນິດໃດ.ທ່ານເຕ້ິງສຽວ ຜີງສະເໜີອອກມາວ່າ,ຮູບການໃດສາມາດຟື້ນຟູແລະພັດທະນາການຜະລິດກະສິກຳ ຂ້ອນຂ້າງງ່າຍ ຂ້ອນຂ້າງໄວຢູ່ທ້ອງຖິ່ນ,ກໍ່ໃຊ້ຮູບການຊະນິດນີ້,ແລະໄດ້ຢືມໃຊ້"ທິດ ສະດີກ່ຽວກັບແມວ"ມາຢັ້ງຢືນ.ຈາກນີ້,"ທິດສະດີ ກ່ຽວກັບແມວ"ກໍ່ໄດ້ ເຜີຍແຜ່ອອກ.
|
|
|