ວັນທີ 22 ສິງຫາແມ່ນວັນລະລຶກວັນຄ້າຍວັນເກີດຂອງທ່ານເຕິ້ງສຽວຜິງ ຜູ່ນຳຈີນທ່ີລ່ວງລັບໄປແລ້ວຄົບຮອບ 100 ປີ.ຕໍ່ໄປ ຈະສະເຫນີສະພາບການກ່ຽວກັບທ່ານເຕິ້ງສຽວຜິງ ນາຍຊ່າງໃຫຍ່ຜູ່ອອກແບບການປະຕິຮູບ ໄຂປະຕູສູ່ພາຍນຍອກ ແລະການສ້າງສາທັນສະໄຫມຂອງຈີນຊຸກຍູ້ການສ້າງສາເສດຖະກິດຕະຫລາດຢູ່ຈີນສູ່ທ່ານຮູ້.
ພາຍຫລັງສ້າງຕັ້ງປະເທດຈີນໃຫມ່ເມື່ອປີ 1949, ໃນຖານເປັນປະເທດສັງຄົມນິຍົມ, ຈີນຕົ້ນຕໍໄດ້ໄປຕາມເບົ້າແບບສ້າງສາຂອງອະດີດສະຫະພາບໂຊວຽດ.ເສດຖະກິດແຜນການທ່ີເປັນຫົວຈັດເຮັດໃຫ້ຊາວຈີນຢູ່ໃນໄລຍະດົນນານທ່ີ່ຊື້ໄດ້ອາຫານຈົນກະທັ້ງເຄື່ອງໃຊ້ປະຈຳວັນຕ່າງໆຄື ສະບູເປັນຕົ້ນກໍ່ຕ້ອງມີບັດ.
ເມື່ອທ້າຍຊຸມປີ 70 ສັດຕະວັດແລ້ວນີ້,ທ່ານເຕິ້ງສຽວຜິງໄດ້ກາຍເປັນແກນກາງຂອງຄະນະນຳພາຮຸ່ນທີສອງຂອງຈີນ.ໃຕ້ເງື່ອນໄຂປະຫວັດສາດໃນຄາວນັ້ນ, ຢາກປ່ຽນແປງເບົ້າແບບພັດທະນາເສດຖະກິດແຕ່ເດີມຂອງຈີນແມ່ນມີການຂັດຂວາງຫລາຍ, ແລະຕ້ອງການມີຄວາມກ້າຫານທາງການເມືອງຢ່າງໃຫຍ່.ທ່ານດຣ.ຈູເຢັນ ຂອງໂຮງຮຽນພັກສູນກາງພັກກອມມູນິດຈີນຫວນຄືນວ່າ:
ວັນທີ 26 ພະຈິກປີ 1979 ໃນເວລາລົມກັບແຂກຕ່າງປະເທດ, ທ່ານເຕິ້ງສຽວຜິງໄດ້ສະເຫນີແນວຄິດສຳຄັນກ່ຽວກັບສັງຄົມນິຍົມກໍ່ພັດທະນາເສດຖະກິດຕະຫລາດໄດ້ຢ່າງກ້າຫານ.
ໃຕ້ການລິເລີ່ມແລະການຊຸກຍູ້ຂອງທ່ານເຕິ້ງສຽວຜິງ,ປີ 1980 ຈີນໄດ້ສ້າງເຂດເສດຖະກິດພິເສດ 4 ແຫ່ງທ່ີແຄມທະເລພາກໃຕ້ຄື ເມືອງເສິນເຈີ້ນເປັນຕົ້ນ.ຈາກນັ້ນມາ ທ່ານກໍ່ໄດ້ເປີດກວ້າງເຂດທົດລອງໄປສູ່ບ່ອນຍິ່ງຫລາຍຢ່າງບໍ່ຢຸດຢັ້ງ,ເພື່ອຊອກຄົ້ນການສ້າງລະບອບເສດຖະກິດຕະຫລາດ.ເມື່ອຮອດຕົ້ນຊຸມປີ 90 ສັດຕະວັດແລ້ວນີ້ ເສດຖະກິດຂອງເຂດທົດລອງໄດ້ຮັບການພັດທະນາຢ່າງວ່ອງໄວ, ຕະຫລາດຈະເລີນຮຸ່ງເຮືອງ,ສັງຄົມມີຄວາມກ້າວຫນ້າ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ມີການປົວແປງໃຫ້ດີຂຶ້ນຢ່າງເດັ່ນຊັດ.ເຖິງວ່າເປັນແນວນີ້ກໍ່ຕາມ, ຢູ່ຈີນໃນຄາວນັ້ນ, ກ່ຽວກັບສັງຄົມນິຍົມສ້າງເສດຖະກິດຕະຫລາດໄດ້ຫລືບໍ່ນັ້ນຍັງຄົງມີການວິວາດກັນຢ່າງກວ້າງຂວາງຢູ່.
ເດືອນມີນາປີ 1992 ບົດຄວາມຂອງຫນັງສືພິມເຂດພິເສດເສີນເຈ້ີນ ທ່ີພາກໃຕ້ຂອງຈີນໄດ້ເຮັດໃຫ້ແຫ່ງຕ່າງໆທົ່ວປະເທດຈີນເກີດມີປະຕິກິລິຍາຢ່າງຮຸນແຮງ.ບົດຄວາມດ່ັງກ່າວໄດ້ບັນທຶກຄວາມເວົ້າຂອງທ່ານເຕິ້ງສຽວຜິງໃນເວລາໄປກວດການຢູ່ເມືອງພາກໃຕ້ຕ່າງໆຄື ເມືອງເສີນເຈີ້ນເປັນຕົ້ນ,ທ່ານຊີ້ອອກວ່າ, ຕ້ອງສືບຕໍ່ຊຸກຍູ້ການປະຕິຮູບໂຄງປະກອບເສດຖະກິດຢູ່ຈີນ,ພັດທະນາເສດຖະກິດຕະຫລາດ.ຄວາມເວົ້າຂອງທ່ານເຕິ້ງສຽວຜິງເທື່ອນີ້ຖືກເອີ້ນເປັນຄຳເວົ້າໃນເວລາກວດການຢູ່ພາກໃຕ້.
ໃນເວລາທ່ານເຕິ້ງສຽວຜິງໄປກວດການດຢູ່ເຂດເສດຖະກິດພິເສດເສີນເຈີ້ນ ທ່ານລີໂລລີແມ່ນເຈົ້າຫນ້າທ່ີເມືອງເສີນເຈ້ີນທ່ີຮັບຜິດຊອບການຕ້ອນຮັບທ່ານເຕິ້ງສຽວຜິງ,ທ່ານຫວນຄືນວ່າ: ຫາກໍ່ມາຮອດ ທ່ານສຽວຜິງກໍ່ເວົ້າວ່າ ສັງຄົມນິຍົມກໍ່ມີຕະຫລາດ, ທຶນນິຍົມກໍ່ມີແຜນການ, ສັງຄົມນິຍົມກໍ່ຕ້ອງສ້າງສາເສດຖະກິດຕະຫລາດ, ຖ້າບໍ່ສ້າງສາເສດຖະກິດຕະຫລາດກໍ່ຈະບໍ່ມີທາງອອກ.ການພັດທະນາແມ່ນເຫດຜົນເດັດຖານ.
ຄຳເວົ້າຂອງທ່ານເຕິ້ງສຽວຜິງໃນເວລາກວດການພາກໃຕ້ໄດ້ເຮັດໃຫ້ແນວຄິດຂອງວົງການຕ່າງໆຢູ່ຈີນເປັນເອກະພາບກັນ, ຈາກນັ້ນມາ ຈີນໄດ້ວາງນະໂຍບາຍຍຸດທະສາດສ້າງສາເສດຖະກິດຕະຫລາດສັງຄົມນິຍົມຢ່າງແຈ່ມແຈ້ງ.ແຕ່ນັ້ນມາ, ການສ້າງແລະບູລະນະໂຄງປະກອບເສດຖະກິດຕະຫລາດສັງຄົມນິຍົມໄດ້ກາຍເປັນເປົ້າຫມາຍປະຕິຮູບເສດຖະກິດຂອງຈີນ.ຕາມສະຖິຕິ,ແຕ່ທ່ານເຕິ້ງສຽວຜິງລິເລີ່ມການປະຕິຮູບແລະໄຂປະຕູສູ່ພາຍອກ, ສ້າງແລະບູລະນະເສດຖະກິດຕະຫລາດສັງຄົມນິຍົມໃຫ້ຄົບຖ້ວນໃນທ້າຍຊຸມປີ 70 ສັດຕະວັດແລ້ວນີ້ເປັນຕົ້ນມາ,ເສດຖະກິດຈີນໄດ້ພັດທະນາຢ່າງຫມັ້ນທ່ຽງດ້ວຍຄວາມໄວຄືເພີ່ມຂຶ້ນ 9% ຂຶ້ນໄປຕໍ່ປີໂດຍຕະຫລອດ.ເຖິງວ່າທ່ານເຕິ້ງສຽວຜິງໄດ້ເຖິງແກ່ກຳໄປໃນປີ 1997,ແຕ່ການປະຕິຮູບເສດຖະກິດທ່ີເອົາຕະຫລາດເປັນການຊັກນຳ ເຊິ່ງແມ່ນທ່ານລິເລີ່ມແລະຊຸກຍູ້ນັ້ນໄດ້ລົງເລິກເຂົ້າໃນດວງໃຈຂອງຄົນຈີນ.ປີ 2001, ຈີນເຂົ້າຮ່ວມອົງການການຄ້າໂລກຢ່າງສຳເລັດຜົນ,ຈາກນັ້ນມາ ຕະຫລາດໃນຂົງເຂດການທະນາຄານ ການປະກັນໄພແລະການຂາຍຍ່ອຍຂອງຈີນເປັນຕົ້ນໄດ້ເປີດກວ້າງອອກເລື້ອຍໆ.ເມື່ອເປັນແນວນັ້ນ ຈີນກໍ່ໄດ້ສະເຫນີອອກຕາມໆກັນໃຫ້ບູລະນະລະບອບເສດຖະກິດພື້ນຖານທ່ີເອົາລະບອບກຳມະສິດສ່ວນລວມເປັນຕົ້ນຕໍ ເສດຖະກິດລະບອບກຳມະສິດຫລາຍຢ່າງພ້ອມກັນພັດທະນານັ້ນໃຫ້ຄົບຖ້ວນຕື່ມອີກ,ສ້າງລະບົບຕະຫລາດທັນສະໄຫມທ່ີເປັນເອກະພາບ ແກ່ງແຍ່ງກັນຢ່າງມີລະບຽບຮຽບຮ້ອຍ.ໃນຫລາຍປີມໍ່ໆມານີ້,ລັດຖະບານຈີນຍັງໄດ້ພະຍາຍາມຍາດແຍ່ງໃຫ້ປະຊາຄົມໂລກຮັບຮອງຖານະເສດຖະກິດຕະຫລາດຂອງຈີນ, ພະຍາຍາມສ້າງສະພາບແວດລ້ອມສາກົນອັນດີງາມໃຫ້ການປະຕິຮູບແລະການພັດທະນາເສດຖະກິດຕະຫລາດຂອງຈີນ.
|