ຕາມສະຖິຕິບໍ່ຄົບຖ້ວນ,ປະຈຸບັນ ໄດ້ມີຫລາຍປະເທດຄື ແອສປາຍ ການາດາ ອັງກິດ ໂຮນລັງແລະອີຣານຄັດ້ເລືອກນັກກິລາຢູໂດເປັນຜູ່ຊູທຸງ.
 ອັງກິດ:ຜູ່ຊູທຸງຂອງອັງກິດແມ່ນນາງໂຮອີ ນັກກິລາໂຢດູອາຍຸ 31 ປີ.ນາງເຄີຍຊີງໄດ້ຫລຽນທອງຫລຽນຫນຶ່ງໃນງານກິລາໂອລິມປິກບາເຊລອນນາ,ໃນງານກິລາໂອລິມປິກຊິດນີຊີງໄດ້ຫລຽນເງິນຫລຽນຫນຶ່ງ.ນາງແມ່ນນັກກິລາເພດຍິງທ່ີເປັນຜູ່ຊູທຸງອັງກິດຜູ່ທຳອິດຕັ້ງແຕ່ງານກິລາໂອລິມປິກລົສແອນເຈີລິສປີ 1984 ເປັນຕົ້ນມາ.ເມື່ອໄດ້ຮັບກຽດດັ່ງກ່າວແລ້ວ, ນາງເວົ້າດ້ວຍຄວາມກະຕຸ້ນໃຈວ່າ:"ນີ້ເປັນການຊຸກຍູ້ຢ່າງແຂງແຮງຕໍ່ກິລາໂຢດູທ່ີມວນຊົນບໍ່ສົນໃຈປານໃດ."
1 2 3 4 5 6 7 8 9 10 11 12
|