ເສດຖະກິດເພີ່ມຂຶ້ນສາມເທົ່າ ຊີວິດການເປັນຢູ່ປ່ຽນແປງຢ່າງຫຼວງຫຼາຍ----ສາມັນຊົນແຂວງກວາງຕົງຄິດຮອດຄິດເຖິງທ່ານເຕິ້ງສຽວຜິງ
cri
ເມື່ອທຽບກັບປະເທດພັດທະນາຂອງເອີລົບແລະອາເມລິກາໃນປະຈຸບັນແລ້ວ, 1000 ໂດລາສະຫະລັດຖືວ່າໜ້ອຍຫຼາຍ; ເຖິງວ່າ 4000 ໂດລາສະຫະລັດໃນປີ 2050, ກໍບໍ່ສາມາດເຮັດໃຫ້ຈີນເຂົ້າຢູ່ໃນຖັນແຖວປະເທດພັດທະນາ. ແຕ່ວ່າ, ປະຊາກອນຈີນ 1 ຕື້ 300 ລ້ານຄົນຈະໄດ້ຮັບຜົນປະໂຫຍດຢ່າງຫຼວງຫຼາຍໃນການພັດທະນາດ່ັງກ່າວ.
ທ່ານວາງເຟິ່ງແມ່ນອອກໄປທຸລະກິດຢູ່ໃຕ້ນະໂຍບາຍການປະຕິຮູບແລະໄຂປະຕູສູ່ພາຍນອກ,ທ່ານຫວນຄືນວ່າ, ເມື່ອ 10 ປີກ່ອນ, ທ່ານຈາກແຂວງຮູນານ ບ້ານເກີດຂອງຕົນມາແຂວງກວາງຕົງເປັນຄັ້ງທຳອິດ, ເປັນກຳມະກອນເຮັດວຽກຢູ່ໃນໂຮງງານຜະລິດເຄື່ອງຫຼິ້ນເດັກນ້ອຍແຫ່ງໜຶ່ງຢູ່ເມືອງເສີ່ນເຈີ້ນ ເຊ່ິງເປັນເຂດເສດຖະກິດພິເສດ,ເງິນເດືອນປະມານ 600 ຢວນ, ທໍ່ກັບລາຍໄດ້ປູກຝັງຂອງຕົນຕໍ່ປີ.ອີກ 4-5 ປີ, ທ່ານວາງເຟິ້ງໄດ້ມາຮອດກວາງໂຈວ, ເລີ່ມຂາຍໜັງສືພິມໃຕ້ຄວາມຊ່ອຍເຫຼືອຈາກເພື່ອນມິດ, ແລະໄດ້ຮັບເອົາເມຍມາຂາຍໜັງສືພິມນຳກັນ.ທ່ານວາງເຟິ່ງເວົ້າວ່າ:"ດຽວນີ້,ມີລາຍໄດ້ປະມານ 2000 ຢວນຕໍ່ເດືອນ,ເພິ່ງບຸນປາລະມີຂອງທ່ານເຕິ້ງສຽວຜິງ,ຊີວິດການເປັນຢູ່ພໍໄປໄດ້ຢູ່."
"ພໍໄປໄດ້ຢູ່"ໝາຍຄວາມວ່າ, ສອງຜົວເມຍທ່ານວາງເຟິ່ງນອກຈາກມີໂທລະສັບມືຖືແລະໂທລະພາບແລ້ວ,ຍັງສາມາດສ່ົງລູກສອງຄົນໄປຮຽນໜັງສື, ແລະມີເງິນເຫຼືອປຸກເຮືອນສາມຊັ້ນຢູ່ບ້ານເກີດທີ່ໄກຈາກເມືອງກວາງໂຈວ 1000 ກວ່າກິໂລແມັດ.
ຄົນທີ່ໄດ້ມີການປ່ຽນແປງບໍ່ສະເພາະແຕ່ແມ່ນຊາວກະສິກອນ 100 ກວ່າລ້ານຄົນທີ່ເຂົ້າເມືອງທຳມາຫາກິນຄືທ່ານວາງເຟິ່ງເທົ່ານັ້ນ.ຢູ່ໃນຕົວເມືອງ, ແບບແຜນດຳລົງຊີວິດຂອງໄທເມືອງທຳມະດາທີ່ມີກຳລັງຊື້ຢ່າງພຽງພໍນັ້ນກໍໄດ້ມີການປ່ຽນແປງຢ່າງຫຼວງຫຼາຍ,ເຊັ່ນ:ການກິນ,ແຕ່ກ່ອນແມ່ນປຖງແຕ່ງຢູ່ໃນເຮືອນແຕ່ດຽວມັກໄປກິນຢູ່ຮ້ານອາຫານເລື້ອຍໆ; ການນຸ່ງ, ແຕ່ກ່ອນແມ່ນຊຸດກຳມະກອນສີຂີ້ເທ່ົາທໍ່ນັ້ນດຽວນີ້ເລືອກແຕ່ຍີ່ຫໍ້ທີ່ມີຊື່ສຽງພາຍໃນປະເທດແລະຕ່າງປະເທດ; ການຢູ່, ແຕ່ກ່ອນໝົດຄອບຄົວຫຼາຍເຊັ່ນຄົນຢູ່ນຳກັນດຽວນີ້ຢູ່ໃນຄຸ້ມເຮືອນຢງາມປານສວນອຸທິຍານ; ການເດີນທາງ, ແຕ່ກ່ອນມີແຕ່ຂີ່ລົດເມທໍ່ນັ້ນມີສວນໜ່ຶງໄດ້ມີລົດສ່ວນຕົວຂອງຕົນແລ້ວ. ໃນ 20 ກວ່າປີມານີ້,ຊີວິດການເປັນຢູ່ຂອງຊາວຈີນໄດ້ມີການປ່ຽນແປງຢ່າງຫຼວງຫຼາຍ.
ເມື່ອປີ 1992, ໃນເວລາທ່ານເຕິ້ງສຽວຜິງໄປລົງຢາມຢູ່ແຂວງກວາງຕົງ,ທ່ານເຄີຍບອກເຈົ້າໜ້າທີ່ທ້ອງຖິ່ນຫຼາຍເທື່ອດ້ວຍສຽງດົງດັງວ່າ, ວຽກຮີບດ່ວນກວ່າໝູ່ຂອງຈີນໃນປະຈຸບັນກໍແມ່ນເຮັດໃຫ້ຮັ່ງມີຂຶ້ນ.ການປ່ຽນແປງຂອງແຂວງກວາງຕົງກໍຄືຂອງຈີນໃນປະຈຸບັນກໍແມ່ນສ່ິງທີ່ທ່ານເຕິ້ງສຽວຜິງຫວັງໃຫ້ມີ. 1 2
|
|