ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-07-15 11:31:18    
ຊົນເຜົ່າລື້ຫຼືໄຕໃນປະເທດຈີນ

cri

ມວນ​ມະນຸດ​ທີ່​ດຳລົງ​ຊີວິດ​ບົນ​ໜ່ອຍ​​ໂລກນີ້,ບ​ໍ່​ແມ່ນ​ວ່າ​ແບ​່ງປີ​ໜຶ່ງ​ປີ​ອອ​ກ​ເປ​ັນ 2 ລະດູ​ຄື​ກັນ​ໝົດ,​ເຊັ່ນ​ເຜົ່າ​ລື້​ຫຼື​​ໄຕ​ແມ່ນ​​ແບ່ງ​ປີ​ໜຶ່ງອອກ​​ເປັນ 3 ລະດູ​ຄື:ລະ​ດູ​ໜາວ,ລະດູ​ຮ້ອນ​ແລະ​ລະດູຝົນ.​ເຜົ່າ​ລື້​ຫຼື​​ໄຕ​ແມ່​ນຊົນ​ເຜົ່າ​ທີ່​ມີ​ປ​ະຫວັດ​ມາຍາ​ວນານ,​ໃນ​ປຶ​້ມປະ​ຫວັດສາດ​ຂອງ​ຈີນ​ເມື່ອ 2 ​ພັນ​ກວ່າ​ປີ​ກ່ອນ​ກໍ​ໄດ້​ມີ​ການ​ບັນ​ທຶກບັນພະ​ບູລຸດຂອງ​ເຜົ່າ​ລື້​ຫຼື​ໄຕ​ມາ​ແລ້ວ.ປະ​ຈຸ​ບັນ​ນີ້,​ເຜົ່າລື້​ຫຼື​ໄຕ​ມີ​ປະ​ຊາກ​ອນ​ເກີນ​ໜຶ່ງລ້ານ​ຄົນ,ພວກ​ເຂົາ​ເຈົ້າຕົ້ນ​ຕໍ​ແມ່ນ​ຢາຍ​ກັນ​ຢູ່​ໃນ​​ແຂ​ວງຢຸນນານ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງຈີນ.

ຖ້າ​ທ່ານ​ມາ​ຮອດ​ເຂດ​ຍ່ອຍ​ສິບ​ສອງ​ພັ່ນນາ​ໄທ​ລື້​ປົກຄອງ​ຕົນ​ເອງ​ຂອງ​ແຂ​ວງຢຸນນານ​,ທ່ານ​ກໍ​ຈະ​​ເຫັນ​ເຮືອນຮ້ານ​ທີ່​ຕັ້ງ​ເປັນ​ລະບຽບ​ຮຽບຮ້ອຍແລະ​ງາມ​ຕາ,​ເຮື​ອນຮ້ານ​ຫຼື​​ເຮື​ອນຍົກ​ພື້ນ​ແຕ່ລະຫຼັງກິນ​ເນ​ື້ອທີ່​ປະມານ 80 ​ແມ​​ັດຕາ,​ເຮືອນຮ້ານ​ເຫຼົ່າ​ນີ້​ແມ່ນ​ເອົາ​ໄມ້​ໄຜ່​ບ້ານຫຼາຍ​ສິບ​ລຳ​ເຮັດ​ເສົາ,ສູງ 2 ​ແມັດ​ປາຍ​,ພື້ນ​ເຮືອນ​ປູ​ແປ້ນ,ຫຼັງຄາ​ມຸງ​ຫຍ້າ,ຝາ​ແອ້ມ​ດ້ວຍ​ກະ​​ແຕະ​​ເປັນ​ປ່ອງ,​ເຮັດ​ໃຫ້ລົມລ່ວງ​ແລະ​​ແສງ​ແດດ​ສ່ອງ​ມາ​ໄດ້,​ເຮືອນຮ້ານ​ເຫຼົ່າ​ນີ້,ທາງ​ເທິງ​​ໃຫ້​ຄົນ​ຢູ່, ທາງ​ກ້ອງລ່າງ​ແມ່ນ​ສຳ​ລັບ​ລ້ຽງສັດ​ແລະ​ໄວ້​ຂອງຍິກ​ຍ່ອຍ,ຄຽງ​ຄູ່​ກັບ​ຊີ​ວິດ​ການ​ເປັນ​ຢູ່​່ຂອງ​​ໄທ​ລື້​ມີ​ລະດັບ​ສູງ​ຂຶ້ນ​ເລື້ອຍໆ​ນັ້ນ,ດຽວ​ຍນີ້​ເຂົາ​ເຈົ້າ​ກໍ​ປຸກ​ເຮື​ອນ​ໃໝ່ທີ່​ດັດ​ແປ​ງ​ເປັນ​ເຮ​ຶອນ​ເສົາ​​ໄມ້​ແອ້ມ​ແປ້ນຫຼື​ເສົາ​ໄມ້​ແອ້​ມກະ​​ແຕະ,ທັງ​ເຮ​ັດປ່ອງຢ້ຽມ​​ແກ້ວ​ແລະ​ມີ​ຜ້າ​ກັ້ງ​ສວຍ​ງາມ,ຢູ່​​ໃນ​ເຮືອນ​ກໍ​ມີຊາລົງ​​ແລະ​ຕູ້​ຕັ່ງຄົບຊຸດ.​

ເຜົ່າ​​ໄທ​ລື້​ຫຼື​ໄຕ​ແມ່ນ​ຕັ້ງ​ພູມລຳ​ເນົາ​ຢູ່​ເຂດ​ມໍ່​​ແຖ​ບຮ້ອນ,ອຸ່ນ​ຫະພູມ​ໃນ​ປີ​ໜຶ່ງ,ສ່ວນຫຼາຍ​ແມ່ນ​ອ່າວ​ສ​ູງ,​ໂດຍ​ທົ່ວ​ໄປ​ແລ້ວ,ຜູ້​ຊາຍ​​ໄທ​ລື້​ແມ່ນ​​ມັກ​ນຸ່ງ​ເສື້ອ​ແຂນ​ສັ້ນ​ແລະ​ນຸ່ງ​ສ້ົງຂາ​ຍາວ,ມັກ​ເອົາ​ຜ້າ​ສີ​ຟ້າ​ແລະ​ສີຂາວ​ຄຽນ​ຫົວ,ຜູ້ຍິງ​ໄທ​ລື້​ມັກ​ນຸ່ງ​​ເສື້ອ​ກິ້ນ​ຮັດຄີງ​ແລະ​ນຸ່ງ​ສິ້ນ​ລ່າມ​ຮອດ​ຕຸ່ມ​ຄ້ອງ,ພ​ວກນາງ​ມັກ​ເກົ້າຜົມ​ໄວ້​ຢູ່​ງ່ອນ​ດົ້ນ.

​ເຜົ່າ​ໄທລື້​ຫຼື​ໄຕ​ມີ​ວາດ​ຟ້ອນ​ຫຼາຍ​ຢ່າງ​ເຊັ່ນ​ຟ້ອນ​ດ່ຽວ ຟ້ອນ​ຄູ່​ແລະຟ​້ອນໝູ່​​ເປັນ​ຕົ້ນ,ວາດ​ຟ້ອນ​ເຫຼົ່າ​ນີ້​ຕົ້ນ​ຕໍ​ແມ່ນ​ເອົາ​ແບບມາ​ຈາກ​ການ​ເຄື່ອນ​​ໄຫວ​ຂອງ​ສັດ​ທີ່​ມັກ​ເຫັນ​​ເລື້ອຍໆ​ໃນ​ແຫ່ງ​ດັ່ງ​ກ່າວ,ຕົວຢ່າງ​ຄື:ຊ້າງ,ປາ,ສິງ,​ແມງ​ກະ​ເບື້ອ​ແລະນົກຍຸງ​ເປ​ັນຕົ້ນ,ນອກນີ້​ຍັງ​ມີ​ຟ້ອນ​ດາບ​ແລະ​ຟ້ອນ​ຕະບອງ​ເປັນ​ຕົ້ນ.ຟ້ອນ​ນົກ​ຍຸ​ງທີ່​ຊື່​ດັງ​ຂອງ​ເຜົ່າ​ໄທ​ລື້​ແມ່ນ​ມີ​ການ​ພົວ​ພັນ​ຢ່າ​ງ​ໃກ້​ຊີ​ວິດ​ການ​ເປັນ​ຢູ່​ປະຈຳ​ວັນ​ຂອງ​ເຂົາ​ເຈົ້າ,ຕາມ​ເລົ່າ​ລື​ກັນ​ວ່າ,​ແຕ່​ກີ້​ແຕ່​ກ່ອນ,ຢູ່​ກາງ​ປ່າ,ຢູ່​ລານ​ຟາດ​ເຂົ້າ​​ເໝືອງ​ຫຼື​ຄັນນາ,ຊາວ​ລື້​ຫຼື​ໄຕ​ເຫັນ​ນົກ​ຍຸງ​ແພນ​ຫາງ.ຄົນ​ທັງຫຼາຍ​ຈິ່ງ​ຮຽນ​​ເອົາ​ອະລິຍະ​ບົດ​ອັນ​ສວຍ​ງາມຂອງ​ນົກ​ຍຸງ,ທີ່​ພື​ປີກ​ແພນ​ຫາງ​ຟ້ອນ​ເຢາະ​ຢ່ອງ,ຈາກ​ນັ້ນ​ຈິ່ງ​ໄດ້​ມີ​ວາດ​ຟ້ອ​ນ​ນົກ​ຍຸງ​ເກີດ​ຂຶ້ນ.ແຕ່​ກ່ອນ,ນັກ​ຟ້ອນ​ນົກ​ຍຸງ​ແມ່ນ​ຕ້ອງ​ໃສ່​ໜ້າ​ກາກ​​ໄມ້,ມັດ​ປີກ​ແມງ​ກະ​ເບ​ື້ອທີ່​ສານ​ດ້ວຍ​ໄມ້​ໄຜ່​ຕິດ​ດ້ວຍ​ເຈັ້ຍ​ສີ​ຫຼື​ຜ້າ​ລາຍ​ດ​ອກ​ໃສ່​ແອວ,ພ​ວກ​ເຂົາ​ເຈົ້າ​ໄດ້​ສະ​ແດງ​​ອະ​ລິຍະ​ບົດ​ອັນ​ສວຍ​ງາມ​ຕ່າງໆ​ຂອງ​ນົກ​ຍຸງ​ໄປ​ຕາມ​ຈັງ​ຫວະ​ສຽງ​ຄ້ອ​ງສຽງ​ກອງ,​​ເມ​ື່ອຟ້ອນ​ຂຶ້ນ​ໃຈ​,ບັນດາ​ຜູ້​ຊົມ​ຢູ່​ອ້ອ​ມຂ້າງ​ກໍພາ​ກັນຟ້ອນ​ເຢາະ​ຟ້ອນ​ຢ່ອງ​ຂຶ້ນ​ຕາ​ມຈັງຫວະ​ນຳ,​ແລ້ວ​ຈົມ​ຢູ່​ໃນ​ບັນຍາກາດ​ອັນ​ມ່ວນ​ຊື່ນ​ເບີກ​ບານ.

ປະ​ຈຸ​ບັນ​ນີ້,ວາດ​ຟ້ອນ​ນົກ​ຍຸງ​ໄດ້​ມີ​ການ​ປ່ຽນ​ແປງ​ຫຼາຍ​ແລະ​ມີ​ລະດັບ​ສູງ​ຂຶ້ນ​,ພ້ອມ​ນັ້ນ​ກໍ​ມີ​ມັກ​ຟ້ອນ​ນົກ​ຍຸງ​ໃນ​ລະດັບ​ສູງ​ປະກົດ​ຕົວ​ຂຶ້ນ.ກອງ​ຫາງ​ແມ່ນ​ເຄື່ອງ​ເສບ​ທີ່​ມີ​ລັກສະນະ​​ເປັນ​ຕົວ​ແທນ​ຂອງ​ເຜົ່າ​ລື້​ຫຼື​ໄຕ​,ບ້ານ​​​ໃດ​ກໍ​ມີ​ກອງຫາງ​ເກືອ​ບຄູ່​ບ້ານ,ກອງ​ຫາງ​ແມ່ນ​ຊາວ​ລື້​ບູຮານ​ເປັນ​ຜູ້​ປະດິດ​ຂຶ​້ນ.ກ່ອນ​ຈະ​​ເຮ​ັດຕ້ອງ​ກິນ​ເວລາ​ດົນ.ທຳ​ອິດ​ຕ້ອງ​ເລື​ອກ​ເອົາ​ກົກ​ມ່ວງ​ທີ່​​ເໝາະ​ເຮ​ັດຮ່າງກອງ,​ແລ້ວ​ເອົາມາ​ຖາກ​ເປັນ​ຮູບ​ກອງຫາງ​ທີ່​ສອງ​ສົ້ນ​ໃຫຍ່​ທາງກາງ​ກິ່ວ,​ແລ້ວ​ເຈາະ​​ໃຫ້​ມັນ​ຊາດ​ໂຈ່ງ​ໂປ່​ງ.ບັດ​ນັ້ນ​ຈິ່ງ​ເອົາ​ໜັງ​ງົວ​ຫຼື​ໜັງ​​ແກ​ະຫຸ້ມ​ໜ້າ​ກອງ​ແລະທາ​ສີ​ໃສ່,ທັງ​ແກ​ະຮູບ​ນົກ​ຍຸງ​ຫືຼ​ເອົາ​ຂົນ​ນົກ​ຍຸງ​ມາສຽບ​ໃສ່,​ແລະ​ມັດ​ຜ້າ​ໄໝ​ສີ​ຕ່າງໆ​ໃສ່,ກ່ອນ​ຈະ​​​ສະ​ແດງ​ແຕ່ລະ​ເທ​ື່ອ,ຍັງ​ຕ້ອງ​ເອົາ​ເຂົາ​ໜຽວ​ມາ​ຕິດ​ຢູ່​ກາງ​ໜ້າກອງ,​ເພື່ອ​ເຮັດ​ໃຫ້​ສຽງ​ກອງ​ດັງ​ມ່ອນ​ຫູຕື່ມ​ອີກ.ວິທີ​ຕີກ​ອງຫາງ​ມີ​ຫຼາຍ​ແບບ​ຫຼາຍ​ວິທີ,ມີ​ວິທີ​ຕີ​ດ້ອຍ​ກຳ​ປັ້ນ​ຕີ​ດ້ອຍ​ຝາ​ມື​ແລະ​ຕີ​ດ້ວຍນິ້ວມື,ຜູ້​ຕີ​ກອງ​ສາມ​າດຕີຕາ​ມຄວາມ​ຕ້ອງການ​ຂອງ​ຕົນ​ດ້ອຍ​ວິທີ​ຕ່າງ​ກັນ,​ເຮ​ັດ​​ໃຫ້ສຽງ​ກອງ​ມີຈັງຫວະ​ຈະ​ແຈ້ງ.​ເພື່ອ​ສ້າງ​ບັນຍາກາດ​ຟົດ​ຟື້ນ,ກອງຫາງ​ນອກຈາກ​​ໃຊ້​​ເພື່ອ​ຕີ​ຈັງຫວະ​ແລ້ວ,ຄົນ​ທັງ​ຫຼາຍ​ຍັງ​ຕີ​ກອງທັງຟ້ອນ​ໄປ​ນຳ​ອີ​ກ.


​ເຜົ່າ​ລື້​ມີ​ປະ​ຕິທິນຂອງ​ເຂົາ​ເຈົ້າ​ເອງ​ຮຽກ​ວ່າ​ຈຸນລະ​ສັງ​ກາດ.ຈຸນລະ​ສັງ​ກາດແມ່ນ​ດົນ​ກວ່າ​ຄິດ​ຕະສ​ັງ​ກາດ 600 ກວ່າປີ,ປີ​ໃໝ່​ຈຸນລະ​ສັງ​ກາດ​ແຕ່​ລະ​ປີ,ກໍ​ແມ່ນ​ບຸນ​ຫົດ​ນ້ຳທີ່​ມີ​ເອກະລັກ​ພິ​ເສດ​ຂອງ​​ເຜົ່າ​ລື້​ຫຼື​ໄຕ,​ເຊິ່ງພໍ​ປານ​ກັນ​ກັບບຸນ​ກຸດ​ຈີນ​ຂອງ​ເຜົ່າ​ຫ້ານ​,​ເພາະວ່າ​ໃນ​ຍາມ​ບຸນ​ຫົດ​ນ້ຳ​ຄົນ​ທັງຫຼາຍ​ຕ້ອງ​ຫົດ​ສົງ​ກັນ​ເພື່ອ​ສະ​ແດງ​ຄວາມ​ອວຍພອນ​ຕໍ່​ກັນ,ສະ​ນັ້ນ,ຈິ່ງ​​ໃຫ້​ຊື່ວ່າ​ບຸນ​ຫົດ​ນ້ຳ.ຍາມ​ບຸນຫົດ​ນ້ຳ​ແມ່ນ​ເຮ​ັດ​ໃນ​ຍາມຈຸນລະ​ສັງ​ກາດ​ເດືອນ 3 ​ເດືອນ 7,ກົງ​ກັບ​​ເດືອນ​​​ເມສາ​ຄິດຕະສັງ​ກາດ.​ເປ​ັນຍາມມໍ່ຈະ​ເລີ່​ມຂຸ້ນ​ວຽກ​ໄຮ່ການ​ນາ.​ເພື່ອ​ວິ່ງວອນ​​ໃຫ້​ເກັບ​ກ່ຽວ​ໄດ້​ຜົນ​ດີ,​ໃນ​ບຸນ​ຫົດ​ນ້ຳນື້ນັ້ນ,ຄົນ​ທັງຫຼາຍ​ກໍ​ຫາບ​ເຄື່ອງ​ໄຊ​ຍະ​ທານ​​ໄປ​​ໄຫວ​ພະ​ຢູ່​ໃນ​ວັດ​ຕັ້ງ​ແຕ່​ເຊົ້າ​ເພື່ອ​ອວຍ​​​ໄຊ​ໃຫ້​ພອນ​ແກ່ຄົນ​ໝົດ​ຄອບຄົວ​ກໍ​ຫາບ​ນ້ຳມົນ​ໃສ່​ດອກ​​ໄມ້​ສົດ​ໄປ​ຖອ​ກ​ໃສ່​ຮາງ​ນ້ຳ​ທີ່​ເຮັດ​ເປ​ັນຮູບພະ​ຍາ​ນາກ​ໃຫ້​ນ​້ຳ​ໄຫຼ​ອອກ​ຈາກປາກ​ພະຍາ​ນາກ​ໄປ​ສົງ​ພະພຸດທະ​ຮູບ​,ບັດ​ນັ້ນ,ພວກ​ຜ້​ູ​ເຖົ້າ​ຜູ້​ແກ່​ກໍ​ເອົາ​ມື​ຫົດ​ຫຼື​ເອົາ​ງ່າ​​ໄມ້​ຈຸ່ມ​ນ້ຳ​ຊິດ​​ໃສ່​ກັນ,ພວກ​ຜູ້​ບ່າວ​ຜູ້​ສາ​ວຈະ​ຕ້ອງ​ຫົດ​ນ້ຳ​ອວຍພອນ​ຜູ້​ເຖົ້າ​ຜູ້​​ແກ່​ກ່​ອນ,​ແລ້​ວຈິ່ງ​ຫົດ​ຢອກ​ກັນ,​ໃນ​ຍາມ​ເລີ່​ມຫົດ​ນ້ຳ​ກັນ,ຄົນ​ທັງຫຫຼາຍ​ເອົາ​ມື​ຶ​ເອົາ​ກະບວຍ​ຕັກ​ນ້ຳຫົດ​ກັນ​.ຍິ່ງ​ຫົດ​ກໍ​ຍິ່ງ​ຂຶ້ນ​​ໃຈ,​ແລ້ວ​ຈົນ​ເອົາ​ນ້ຳ​ເປັນ​ຊາມ​ອ່າ​ງຫຼື​ເປັນ​ຄຸຫົດ​ກັນ,​ທັງ​ຫົດ​ທັງ​ຮ້ອງ​ເພງ,ສຽງ​ຄ້ອງ​ສຽງ​ກອງ​ແລະ​ສຽງ​ໂຮ​ຮ້ອງ​ດັງສະຫຼັບ​ກັນ​ຈົນບໍ່​ຮູ້ສຽງ​ຫຍັງ​ກັບສຽງ​ຫຍັງ.ຄົນ​ກາຍ​ທາງ​​ໄປ​ແລະ​​ແຂກທ່ອງ​ທ່ຽວ​ກໍ​ເຂົ້າ​ຮ່​ວມການ​ຫົດນ້ຳນ​ຳກັນ​ເປັນ​ແຊວໆ,​ເພື່ຶອສະ​ແດງ​ຄວາມ​ອວຍພອນ​​ໃຫ້​ແກ່​ກັນ,​ໃນ​ຍາມ​ຫົດນ້ຳ​ນັ້ນ,ຍັງ​ຈັດ​ໃຫ້​ມີ​ການ​ເຄື່ອນ​​ໄຫວມ່ອນ​ຊື່ນ​ອັນ​ເປ​ັນມູນ​ເຊື້ຶອຈຳ​ນອນ​ໜຶ່ງ​ແລະ​ງານລາຕີ​ຟ້ອນ​ລຳ​ຮ້ອງ​ເພງ​,ຍິ່ງ​​ເຮ​ັດ​ໃຫ້​ບຸນ​ມ່ວນ​ຂຶ້ນຕື່ມ​ອີກ.ຄຽງຄູ່ກັບ​ນະ​ໂຍ​ບາຍ​ປະ​ຕິ​ຮູ​ບ​ແລະ​​ໄຂ​ປະ​ຕູ​ຕໍ່​ພາຍ​ນອກ​ລົງ​ສູ່​ລວງ​ເລິກ​ນັ້ນ,ຊາວ​ລື້​ຫຼື​ໄຕ​ໄດ້​ໃຊ້​ທ່າ​ແຮງ​ທີ່​ມີ​ດ່າ​ນ​ເຂົ້າອອກ​ເມືອງ​ຫຼາຍ​​ແຫ່ງ​ຢູ່ຕາມ​ຊາຍ​ແດນ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້ຂອງ​ຈີນ​ຢ່າງ​​ເຕັມທີ່,ດຳ​ເນີ​ນການຮ່ອມ​ມື​ແລະ​ແລກປ່ຽນ​ຢ່າງ​ກວ້າງຂວາງ​ລະຫວ່າງ​ພາຍ​ໃນ​ປະ​ເທດ​ກັບ​ພາກ​ພື້ນ​ອາຊີ​ອາຄະ​ເນ​ໃນ​ຂົງ​ເຂດ​ເສດຖະກິດວິທະຍາ​ສາດ​​ເຕັກນິກ​ແລະ​ວັດທະນະ​ທຳ​ເປ​ັນຕົ້ນ,ມີ​ຫຼາຍ​ຄົນ​ຍັງ​​ໄປ​ປະ​ເທດ​ໄທ​ແລະ​ມຽນມ້າ​ແລະ​ປະ​ເທດ​ອື່ນໆ​ເພື່ອ​ທຸ​ລະ​ກິດ​ເຄື່ອງ​ສຳອາ​ງ​ເພັດ​ມິນ​ຈິນດາ​ແລະ​ອື່ນໆ​ນຳ​ອີກ,ອັນ​​ເປັນ​ການ​ຄ້າ​ຂ້າມ​ຊາດ.