
ດອກໄມ້ກັບເຍົາວະຊົນແມ່ນພາງທີ່ນິຍົມກັນຫຼາຍທີ່ດັດແກ້ແລະລຽບລຽງຕາມເພງພື້ນເມືອງຂອງເຜ່ົາຫຸຍ,ດອກໄມ້ແລະອະນຸຊົນແມ່ນຊື່ລວມຂອງເພງພື້ນເມືອງປະເພດຫນ່ຶງຂອງເຜ່ົາຫຸຍ,ເຊ່ິງນິຍົມກັນຮ້ອງຢູ່ເຂດນິງເຊຍເຜ່ົາຫຸຍປົກຄອງຕົນເອງແລະຢູ່ແຂວງກັນຊູ ແຂວງຊິງໄຮພາກຕາເວັນຕົກສຽງເຫນືອຂອງຈີນ,ຜູ່ບ່າວຜູ່ສາວເຜ່ົາຫຸຍມັກຮ້ອງເພງນີ້ມາສະແດງຄວາມຮັກ.ໃນເວລາຮ້ອງເພງ,ຝ່າຍຊາຍເອີ້ນຝ່າຍຍິງເປັນດອກໄມ້,ຝ່າຍຍິງເອີ້ນຝ່າຍຊາຍເປັນເຍົາວະຊົນ,ເນື້ອເພງສ່ວນຫຼາຍແມ່ນຜູ່ຮ້ອງແຕ່ງເອົາເອງ,ທຳນອງເພງແມ່ນຫນ້າອ່ອນຊອນຢ່ອນໃຈ,ໃນຊູ່ມື້ນີ້,ເພງດອກໄມ້ໄດ້ກາຍເປັນຊື່ເພງພື້ນເມືອງຂອງເຜ່ົາຫຸຍແລ້ວ.
ເຜ່ົາຫຸຍແມ່ນເຜ່ົາສ່ວນຫນ້ອຍທີ່ແຈກຢາຍກັນຢູ່ຢ່າງກ້ວາງຂວາງກວ່າເພ່ິນ,ໃນປະເທດຈີນໃນສະເພາະຫນ້ານີ້,ປະເທດຈີນມີປະຊາກອນເຜ່ົາຫຸຍ 8 ລ້ານ 6 ແສນກວ່າຄົນ,ໃນນັ້ນ,ມີເກືອບ 1 ລ້ານ 8 ແສນຄົນກໍແມ່ນດຳລົງຊີວິດຢູ່ເຂດນິງເຊຍເຜ່ົາຫຸຍປົກຄອງຕົນເອງ,ນອກນີ້ແມ່ນແຈກຢາຍຢູຸ່ແຫ່ງຕ່າງໆໃນທ່ົວປະເທດ.
ເຜົ່າຫຸຍແມ່ນຊົນເຜ່ົາທີ່ຈໍ່ຕົວຂຶ້ນຢູ່ປະເທດຈີນ,ແຕ່ຕ່າງກັບເຜ່ົາພື້ນເມືອງທີ່ຢູ່ປະເທດຈີນມາແຕ່ສະໄຫມບູຮານນະການ,ພາຍຫລັງ ຄ.ສ ກາງສັດຕະວັດທີ 7; ສາສະຫນາອິສລາມສ່ວນຫນ້ອຍໄດ້ມາຂ້າຄວາຍຢູ່ປະເທດຈີນຕໍ່ເນື່ອງກັນ,ພວກເຂົາເຈົ້າໄດ້ຕັ້ງຖ່ິນຖານຢູ່ຕົວເມືອງຈຳນວນຫນ່ຶງຂອງຈີນ,ເອົາຄົນເຜ່ົາຫ້ານ,ເຜ່ົາມົງໂກແລະເຜ່ົາວີເວີເອີເປັນເມຍແລ້ວ,ສືບເຊື້ອສືບສາຍກາຍເປັນເຜ່ົາຫຸຍ.
ເຜ່ົາຫຸຍແມ່ນໃຊ້ພາສາແລະຫນັງສືຫ້ານໂດຍທ່ົວໄປ,ແຕ່ວ່າໃນເວລາເວົ້າພາສາປະຈຳວັນແລະໃນການເຄື່ອນໄຫວສາສະຫນານັ້ນມັກມີສັບພາສາອາລັບແລະພາສາເປີເຊຍປົນຢູ່,ຫນັງສືທຳມະຄຳພີທີ່ອ່ານທ່ົວໄປສ່ວນຫຼາຍແມ່ນພາສາອາລັບ,ເຜ່ົາຫຸຍໃນບາງທ້ອງຖ່ິນກໍ່ໃຊ້ພາສາຂອງຊົນເຜ່ົາສ່ວນຫນ້ອຍໃນແຫ່ງນັ້ນ.
ຢູ່ປະເທດຈີນມີ 10 ຊົນເຜ່ົາທີ່ເຊື່ອຖືສາສະຫນາອີສລາມ,ເຜ່ົາຫຸຍກໍແມ່ນຫນ່ຶງໃນຈຳນວນ 10 ເຜ່ົາດ່ັງກ່າວ,ສາສະຫນາອິສລາມມີຜົນສະທ້ອນຢ່າງກວ້າງຂວາງຕໍ່ການພັດທະນາການເມືອງເສດຖະກິດ,ສັງຄົມແລະວັດທະນະທຳຂອງເຜ່ົາຫຸຍ,ພ້ອມທັງມີຜົນສະທ້ອນຕໍ່ຫຼາຍດ້ານຂອງເຜ່ົາຫຸຍຄືກັນສົມລົດ ການນຸ່ງຖືແລະການດ່ີມການກິນເປັນຕົ້ນ,ລະບຽບສາສະຫນາອິສລາມບາງຢ່າງກໍຄ່ອຍໆແປປ່ຽນກາຍເປັນຮີດຄອງປະເພນີຂອງເຜ່ົາຫຸຍ.
ນັກປາດອິສລາມຈີນໃນສະໄຫມທ້າຍສັດຕະວັດທີ 14 ຫາ ຕົ້ນສັດຕະວັດທີ 20 ໄດ້ອີງຕາມຫຼັກສິນທຳແລະຫລັກມາດຖານຂອງສາສະຫນາອິສລາມແປຄຳພີກູລານທີ່ເປັນພາສາອາລັບນັ້ນເປັນພາສາຈີນບູຮານ,ພ້ອມທັງເອົາສອງໂຕຫນັງສືຄື:ເຊີນ ແລະເຈິງມາສັງຮອມຫົວກະທິຂອງສາສະຫນາອິສລາມ,ເຊ່ິງຫມາຍຄວາມວ່າໄກຈາກສ່ິງອະນາຈານ,ສະແຫວງຫາສັດຈະທຳ,ເພື່ອເອົາອັນນີ້ມາຜູກມັດກິລິຍາວາຈາຂອງຜູ່ຖືສາສະຫນາ.ຢູ່ທ້ອງຖ່ິນເຜົ່າຫຸຍຕັ້ງພູມລຳເນົາໃນປະເທດຈີນ,ກໍຈະໄດ້ເຫັນຫຼາຍຄົນເອົາຜ້າສີຕ່າງໆປົກຫົວ,ທັງນີ້ແມ່ນເຄື່ອງແຕ່ງຕົວຊະນິດຫນ່ຶງຂອງແມ່ຍິງເຜົ່າຫຸຍທີ່ເຊື່ອຖືສາສະຫນາອິສລາມ.
ຜ້າປົກຫົວກໍເອີ້ນວ່າຜ້າປົກຫນ້າ,ປົກແຕ່ຫົວຈົງຮອດບ່າ,ໄວຕ່າງກັນສີຜ້າປົກຫົວກໍ່ຈະຕ່າງກັນ,ຜູ່ເຖົ້າແມ່ນໃຊ້ຜ້າຂາວ,ໄວກາງຄົນແມ່ນມັກໃຊ້ຜ້າສີຂຽວແກ່,ໄວຫນຸ່ມນ້ອຍມັກໃຊ້ຜ້າສີຂຽວອ່ອນ,ຜ້າປົກຫົວດ່ັງກ່າວສ່ວນຫຼາຍແມ່ນເລືອກເອົາຜ້າປານ,ຜ່າໄຫມຜ້າຕ່ວນແລະຜ້າເນື້ອລະອຽດເປັນຕົ້ນ,ຜ້າປົກຫົວຂອງຜູ່ສາວບາງຄົນຍັງແຂວງແສ່ວຮູບດອກໄມ້ອັນສວຍງາມໃສ່.
ອີງຕາມການລະບຸໄວ້ໃນຄຳພີກູລານເຊິ່ງແມ່ນຄຳພີຂອງສາສະຫນາອິສລາມ,ຊາວເຜ່ົາຫຸຍແມ່ນກິນຊີ້ນສັດປະເພດກິນຫຍ້າຄືງົວ ແລະແບ້ເປັນຕົ້ນ,ແຕ່ບໍ່ກິນຊີ້ນມ້າ,ຊີ້ນລົວແລະຊີ້ນຫມາ,ບໍ່ກິນເລືອດສັດແລະສັດທີ່ຕາຍເອງ,ໂດຍສະເພາະແມ່ນຄະລຳຊີ້ນຫມູ່,ສັດທີ່ຊາວເຜ່ົາຫຸຍກິນນັ້ນນອກຈາກປູປາແລ້ວ,ຕ້ອງໃຫ້ພະອາຮົງອິສລາມເປັນຜູ້ຂ້າຈ່ິງເປັນອາຫານອິສລາມໄດ້,ເຫຼ່ົາຢາຄະລຳຄືກັນຊາວເຜ່ົາຫຸຍສ່ວນຫຼາຍບໍ່ກິນເຫຼົ້າເມົາຢາ.
ຊາວເຜ່ົາຫຸຍມັກກິນນ້ຳຊາ,ຊາກໍມີຫຼາຍຢ່າງຫຼາຍແນວ,ຈະກິນຊາແນວໃດກໍຕາມ,ລ້ວນແຕ່ຊົງໃສ່ຖ້ວຍມີຝາອັດ,ແລະມີຈານຮອງດ້ວຍຖ້ວຍຊາຍັງແກະສະລັກດອກໄມ້ໃສ່,ການກິນນ້ຳຊາແນວນີ້ເອີ້ນວ່າຊາຖ້ວຍມີຝາ,ມັນມີສີສັນພິເສດກໍຍ້ອນວ່າໃນຖ້ວຍຊານັ້ນມີຊາ,ນ້ຳຕານແກ້ວແລະຫມາກລຳໃຍ,ເອີ້ນວ່າຊາສາມຫອມເມື່ອຮອດມື້ບຸນມື້ສິນຫຼືມີແຂກຜູ່ມີກຽດມາແລ້ວ,ໃນຖ້ວຍຊານັ້ນຍັງໃສ່ຫມາກງາ ຫມາກທັນ ຫມາກຖ່ົວດິນແລະຫມາກມັນຫໍ້ເອີນວ່າຊາ 8 ຢ່າງ,ໃນເວລາຊາວເຜ່ົາຫຸຍຜູ່ຈູບຈ້າວຕ້ອນຮັບແຂກຍັງເອົາເຂົ້າຫນົມດັ້ງເດີມຂອງພວກເຂົາເຈົ້າມາສູ່ກິນ,ໃຫ້ແຂກກິນນ້ຳຊາແລະໂອ້ລົມໃນທ່າມກາງບັນຍາກາດຫອມຫວານ.
ບຸນປະເພນີຂອງເຜ່ົາຫຸຍມີບຸນອອນສິນຄືບຸນອັດຣາ ບຸນກູຣບັນແລະບຸນອື່ນໆເດືອນ 9 ຂອງສາສະຫນາອິສລາມແມ່ນເດືອນຖືສິນຂອງພວກເຂົາເຈົ້າ,ໃນເວລາຫນ່ຶງເດືອນ,ຜູ່ຖືສາສະຫນາອິສລາມກາງເວັນຈະບໍ່ກິນຫຍັງຫມົດ,ກາງຄືນຈ່ິງກິນຂອງໄດ້,ເມື່ອຫມົດຍາມຖືສິນແລ້ວ,ກໍ່ຮອດບຸນອອກສິນ,ໃນຍາມບຸນດ່ັງກ່າວ,ຄົນທັງຫຼາຍຈະອາບນ້ຳໃຫ້ກ້ຽງ,ແຈກຢາຍເງິນທານຟັງການສູດມົນຂອງພະອິສລາມ.
ຢ້ຽມຢາມຍາດມິດພ່ີນ້ອງ,ບຸນກູຣບັນກໍເອີ້ນວ່າບຸນຂ້າສັດເຊ່ິງຈັດຂຶ້ນໃນວັນທີ 10 ເດືອນ 12 ຂອງສາສະຫນາອິສລາມ,ກ່ອນຮອດມື້ບຸນ,ຊາວເຜ່ົາຫຸຍຈະຕ້ອງປັດກວາດເຮືອນຊານໃຫ້ກ້ຽງ,ເຮັດເຂົ້າຕົ້ນເຂົ້າຫນົມສຳລັບບຸນ,ໃນບຸນ,ພວກເຂົາເຈົ້າຈະນຸ່ງເຄື່ອງສະອາດຮຽບຮ້ອຍເປັນຫມູ່ກັນໄປໄຫວ້ພະຢູ່ວັດອິສລາມ,ກາບໄຫວ້ທິດໄມກາສະຖານທີ່ອັນສັກກາລະບູຊາ,ເຊ່ິງພະອິສລາມຂ້າງົວແລະແບ້ໂຕອ້ວນພີ,ແລ້ວແບ່ງຊີ້ນໃຫ້ຍາດມິດພ່ີນ້ອງ,ຫນັງຂອງມັນເອົາໃຫ້ພະອິສລາມແລະວັດອິສລາມ,ສ່ວນເລືອດແລະກະດູກຂອງສັດຕ້ອງຝັງເລິກໄວ້ນຳກັນ.ຢູ່ບາງທ້ອງຖ່ິນຍັງຈັດໃຫ້ມີການລື້ນເລີງແບບພື້ນເມືອງແລະການຫຼິ້ນກິລາດັ້ງເດີມຕ່າງໆ
ເພື່ອສະຫຼອງມື້ບຸນ,ບຸນເອດມາວລິດູນ ນະບາວີ ແມ່ນມື້ຊາວມຸສລິນເຜ່ົາຫຸຍລະລຶກວັນເກີດແລະວັນຄະລຳຂອງບັນພະບູລຸດໂມຮາແມັດ,ເວົ້າທ່ົວໄປແມ່ນຈັດຂຶ້ນຢູ່ວັດອິສລາມ,ບັນລະຍາຍຊີວະປະຫວັດແລະຄຸນງາມຄວາມດີຂອງທ່ານໂມຮາແມັດ,ຊາວມຸສລິນເຜ່ົາຫຸຍຢູ່ບາງແຫ່ງຍັງຈັດງານລ້ຽງອັນໃຫຍ່ໂຕມະໂຫລານ,ຊຸມເຂົ້າກັນ,ບາງແຫ່ງບໍ່ຊຸມເຂົ້າກັນ,ແຕ່ເອົາຊີ້ນງົວຊີ້ນແບ້ທີ່ກຽມໄວ້ນັ້ນແບ່ງເປັນພູດເອົາໃຫ້ຍາດມິດພ່ີນ້ອງແລະສົງເຄາະຜູ່ທຸກຈົນ.
|