ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-06-28 08:57:56    
ທ້າວໄອຣ໌​ເກີນ ນັກ​ຮ້ອງ​​ເພງ​​ເຜົ່າ​ໄວ​ອູ​ເອີ(ພາບ)

cri

                 
                         (ທ້າຍໄອຣເກີນ)

ຢູ່​ບາ​ແຫ່ງ​ຫນຶ່ງ​ຊື່ວ່າ​ເຈ້​ໂມ້​ຝັງ​ຢູ່​ເຂດ​ຊານ​ລີ​ໂຖ​ນຂອງ​ນະຄອນ​ປັກ​ກິ່ງ, ນັກ​ຂ່າວ​ໄດ້​ພົບ​ທ້າວ​ໂອຣ​ເອີ​ເກີນ​ທ່ີ​ພວມ​ສະ​ແດງ​ເປັນ​ປະຈຳ​ຢູ່​ບາ​ແຫ່ງ​ນີ້.

ທ້າວ​ໂອຣ​ເກີນ​ແມ່ນ​ຊາວ​ຫນຸ່ມ​ທ່ີ​ຮູບ​ຄິງປານ​ກາງ​ແລະ​ໃບ​ຫນ້າ​ເສາະ​ໃສ,​ເພິ່ນ​ບໍ່​ຊ່າງ​ເວົ້າ,ການ​ລົມ​ກັບ​ທ່ານ​ແມ່ນ​ເລີ່​ມຈາກ​ດົນຕີ.

ທ້າວ​ໄອຣ​ເກີນ​ແມ່ນ​ເກີດ​ຢູ່​ຄອບຄົວ​ຕະກຸນ​ຄູ​ອາຈານ​ເຜົ່າ​ໄວ​ອູ​ເອີ​ໃນ​ເມືອງ​ຄາ​ຊືທ່ີ​ເປະ​ກັບ​ຊາຍ​ແດນ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ,​ເພິ່ນ​ເວົ້າວ່າ:​ເມືອງ​ຄາ​ຊື​ແມ່ນ​ເມືອງ​ເກົ່າ​ແກ່​ເມືອງ​ຫນຶ່ງ​ທ່ີ​ມີ​ຊື່​ສຽງ​ດົງ​ດັງ​ດ້ານ​ກະສິກຳ, ​ແຕ່​ກ່ອນ ​ແມ່ນ​ບ່ອນ​ທ່ີ​ເສັ້ນທາງ​ຜ້າ​ໄຫມ​ບູຮານ​ຕ້ອງ​ຜ່ານ, ພົມ​ປູ​ພື້ນ​ແລະ​ຍົກ​ຢູ່​ເມືອງ​ດັ່ງກ່າວ​ມຊື່​ລື​ນາມທ່ີ​ສຸດ,ສິ່ງ​ທ່ີ​ສ້າງ​ຄວາມ​ປະ​ທັບ​ໃຈ​ອັນ​ເລິກ​ເຊິ່ງກວ່າ​ຫມູ່​ໄວ້​ໃຫ້​ແກ່​ຂ້າພະ​ເຈົ້ານັ້ນ​ແມ່ນ​ດົນຕີ​ຊົນ​ເຜົ່າ​ທ່ີ​ເກົ່າ​ແກ່​ແລະ​ສວຍ​ງາມ.

ຕາມ​ຊາບ​ວ່າ, ປະຈຸ​ບັນ ຢູ່​ເມືອງ​ຄາ​ຊືຍັງ​ນິຍົມ​ຮ້ອງ​ເພງ​ຊັນ​ມູກາ​ມູ ​ເພງ​ເກົ່າ​ແກ່​ກວ່າ​ຫມູ່​ຂອງ​ເຂດ​ຊິນ​ຈ່ຽງ, ສ່ວນ​ຊາວ​ເຜົ່າ​ໄວ​ອູ​ເອີ​ຊ່າງ​ຟ້ອນ​ຊ່າງ​ລຳນັ້ນກໍ່​ແມ່ນ​ຊາວ​ຄາ​ຊື​ເປັນ​ແບບຢ່າງ​ກວ່າ​ຫມູ່.ທ້າວ​​ໄອຣ​ເກີນ​ກໍ່​ແມ່ນ​ເຕີບ​ໃຫຍ່​ຂຶ້ນ​ໃນ​ທ່າມກາງ​ບັນຍາກາດ​ດົນຕີ​ຊົນ​ເຜົ່າ​ດ່ັງກ່າວ.

ທ້າວ​ໄອຣ​ເກີນ​ໄດ້​ເວົ້າຢ່າງ​ເປີດ​ອົກ​ເປີດ​ໃຈ​ວ່າ​ຕົນ​ເອງ​ບໍ່​ໄດ້​ຮັບ​ການ​ສຶກສາ​ດ້ານ​ດົນຕີ​ຢ່າງ​ເປັນ​ລະບົບ, ​ແຕ່​ຕັ້ງ​ແຕ່​ຄາວ​ຍັງ​ນ້ອຍ​ກໍ່​ມັກ​ດົນຕີ​ທ່ີ​ສຸດ, ຄວາມ​ຮູ້​ທັງ​ຫມົດ​ກ່ຽວ​ກັບ​ດົນຕີ​ແລະ​ເຄື່ອງ​ດົນຕີ​ຂອງ​ທ່ານ​ລ້ວນ​ແຕ່​ແມ່ນ​ຮຽນ​ເອົງ​ເອງ.​ເພິ່ນ​ເວົ້າວ່າ:​ໃນ​ເວລາ​ຂ້າພະ​ເຈົ້າອາຍຸ 8-9 ປີນັ້ນ, ພໍ່​ເປັນ​ຄູ​ຢູ່​ໂຮງຮຽນ​ແຫ່ງ​ຫນຶ່ງ, ທຳນອງ​ດົນຕີ​ຂອງ​ເຄື່ອງດົນຕີ​ເຄື່ອງ​ຫນຶ່ງ​ຂອງ​ໂຮງຮຽນ​ໄດ້​ດູດ​ດຶງ​ຂ້າ​ພະ​ເຈົ້າ, ​ເຖິງ​ວ່າ​ໃນ​ຄາວ​ນັ້ນຂ້າພະ​ເຈົ້າຍັງ​ບໍ່​ທັນ​ຮູ້​ວ່າ​ມັນ​ກໍ່​ແມ່ນ​ກິດ​ຕາ​ກໍ່ຕາມ, ​ແຕ່​ກໍ່​ແມ່ນ​ເລີ່​ມ​ແຕ່​ຄາວ​ນັ້ນ, ຂ້າພະ​ເຈົ້າ​ໄດ້​ເລີ່​ມ​ເລືອກ​ເອົາ​ດົນຕີ​ແລ້ວ.


1  2  3  4