ເຖິງວ່າຄູຫາລົງເມີນເປັນການສະແດງວັດທະນະທຳພຸດທະສາສະໜາກໍ່ຕາມ,ແຕ່ກໍ່ໄດ້ ສະແດງເຖິງການເມືອງ ເສດຖະກິດແລະຄວາມນິຍົມວັດທະນະທຳສັງຄົມໃນຄາວນັ້ນ. ຈົນຮອດຊູ່ມື້ນີ້,ໃນຄູຫາຍັງຮັກສາຂອງແທ້ທາງສາສະໜາ ວິຈິດຕະກຳ ສະຖາປັດຕະ ຍະກຳ ການຂຽນໂຕໜັງສືງາມ ດົນຕີ ເຄ່ືອງນຸ່ງຂອງຖືແລະຢຸກຢາເປັນຕົ້ນ,ເພາະສະ ນັ້ນຈຶ່ງສົມເປັນຫໍພິພິດທະພັນສິລະປະແກະສະຫຼັກຫີນຂະໜາດໃຫຍ່ແຫ່ງໜ່ຶງ.

(ຄູຫາດອກບົວ)
ຄູຫາລົງເມີນແມ່ນສິລະປະແກະສະຫຼັກຫີນຂອງສາສະໜາ, ແຕ່ຊ່າງແກະສະຫຼັກບູຮານ ໄດ້ມ້າງການຜູກມັດທາງດ້ານປະເພນີສາສະໜາ, ໄດ້ສ້າງຮູບໂສມສິລະປະທ່ີມີຮູບຮ່າງ ຕ່າງກັນ ນ້ອຍໃຫຍ່ຕ່າງກັນແລະມີຊີວິດຊີວາໂດຍເອົາຊີວິດຕົວຈິງເປັນຂໍ້ມູນ,ໄດ້ເປັນຂ້ໍ ມູນຂ່າວສານຂອງແທ້ໃຫ້ແກ່ການຄົ້ນຄວ້າສິລະປະແກະສະຫຼັກຂອງຈີນ.
ຄູຫາລົງເມີນໄດ້ມີປະຫວັດມາ1500ປີແລ້ວ,ໄດ້ຖືກທຳລາຍຢ່າງໜັກໜ່ວງຍ້ອນປັດໄຈ ດ້ານທຳມະຊາດແລະການກະທຳຂອງມະນຸດ.ເມື່ອປີ1953,ກະຊວງວັດທະນະທຳຈີນ ໄດ້ຕັ້ງຫ້ອງການຄຸ້ມຄອງຄູຫາລົງເມີນ,ຄູຫາລົງເມີນຈຶ່ງໄດ້ຮັບການອະນຸລັກເປັນຢ່າງ ດີ.ແຕ່ຊຸມປີ70ເປັນຕົ້ນມາ,ຈີນໄດ້ເລ່ີມໃຊ້ວິທະຍາສາດເຕັກນິກໃໝ່ມາສ້ອມແປງແລະ ປັບປຸງໃຫ້ມັນໝັ້ນຄົງ,ໄດ້ສ້າງສ່ິງກໍ່ສ້າງກັນຝົນແລະປ້ອງກັນຄວາມປອດໄພ, ສ່ິງແກະ ສະຫຼັກໃນຄູຫາລົງເມີນໄດ້ມີການຮັບປະກັນດ້ານຄວາມປອດໄພ.
1 2 3 4
|