ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-05-03 15:35:45    
ອາເມລິກາກ່າວວ່າຫຼັກໝັ້ນສະໜັບສະ
ໜູນແຜນການການເຄ່ືອນໄຫວແຕ່ຝ່າຍ
ດຽວບໍ່ປ່ຽນແປງ

cri

CRI ລາຍງານວ່າ: ວັນທີ 2 ພຶດສະພານີ້ ທ່ານເມກເລແລນ ໂຄສົກທຳນຽບຂາວອາ
ເມລິກາອອກຖະແຫຼງການໂດຍກ່າວວ່າ,ຫຼັກໝັ້ນຂອງລັດຖະບານອາເມລິກາທ່ີສະໜັບ ສະໜູນແຜນການການເຄ່ື່ອນໄຫວແຕ່ຝ່າຍດຽວຂອງທ່ານຊາລົງບໍ່ໄດ້ປ່ຽນແປງ.

ທ່ານເມກເລແລນແມ່ນໃຫ້ທັດສະນະດ່ັງກ່າວພາຍຫຼັງກຸ່ມລີຄຸດອິສລາແອນປ່ອນບັດຢັບ
ຢັ້ງແຜນການການເຄ່ືອນໄຫວແຕ່ຝ່າຍດຽວຂອງທ່ານນາຍົກລັດຖະມົນຕີຊາລົງ. ທ່ານ
ເມກເລແລນຍັງກ່າວວ່າ,ລັດຖະບານອາເມລິກາຈະຫາລືກັບທ່ານຊາລົງຕ່ືມອີກກ່ຽວກັບ
ເລ່ືອງນີ້.

ໃນມື້ດຽວກັນ,ທ່ານນາບິນ ອາບູ ລາດີນາ ທ່ີປຶກສາການເມືອງຂອງທ່ານອາລາຟັດ ປະ ທານອົງການອຳນາດແຫ່ງຊາດປາເລັສຕິນໄດ້ໃຫ້ສຳພາດວ່າ,  ພາຍຫຼັງກຸ່ມລີຄຸດອິສລາ
ແອນຢັບຢັ້ງແຜນການການເຄ່ືອນໄຫວແຕ່ຝ່າຍດຽວຂອງທ່ານຊາລົງແລ້ວ, ລັດຖະບານ ຊາລົງຄວນຟື້ນຟູການເຈລະຈາສັນຕິພາບກັບຝ່າຍປາເລັສຕິນໃນທັນທີ, ປະຕິບັດແຜນ
ການເສັ້ນທາງສັນຕິພາບຕາເວັນອອກຢ່າງຈິງຈັງ.

ວັນທີ 2 ພຶດສະພານີ້ກຸ່ມລີຄຸດອິສລາແອນໄດ້ປ່ອນບັດກ່ຽວກັບແຜນການການເຄ່ືອນ
ໄຫວແຕ່ຝ່າຍດຽວທ່ີທ່ານນາຍົກລັດຖະມົນຕີຊາລົງວາງອອກໂດຍໝາຍຈະແບ່ງແຍກ
ກັບປາເລັສຕິນ. ຜົນສະຖິຕິເບື້ອງຕົ້ນໃນຕອນຄ່ຳມື້ດຽວກັນສະແດງໃຫ້ເຫັນວ່າ, ອິດທິ ກຳລັງທ່ີມີຄວາມເຫັນຄັດຄ້ານໄດ້ຢັບຢັ້ງແຜນການດ່ັງກ່າວດ້ວຍທ່າແຮງເດັດຖານ.