CRI ລາຍງານວ່າ: ຕອນເຊົ້າວັນທີ 2 ພຶດສະພານີ້ ກຸ່ມລີຄຸດເຊ່ິງເປັນພັກຄອງອຳນາດ ໃຫຍ່ກວ່າໝູ່ຂອງອິສລາແອນໄດ້ເລ່ີມປ່ອນບັດລົງຄະແນນສຽງກ່ຽວກັບແຜນການເຄ່ືອນ ໄຫວແຕ່ຝ່າຍດຽວຂອງທ່ານຊາລົງ.
ການປ່ອນບັດຈັດຂຶ້ນແຕ່ 8 ໂມງເຊົ້າຫາ 10 ໂມງຄ່ຳເວລາທ້ອງຖ່ິນ, ຢູ່ທ່ົວປະເທດໄດ້ ຕັ້ງສະຖານີປ່ອນບັດ 443 ແຫ່ງ. ຕາມໄດ້ຊາບ, ຜົນການລົງຄະແນນສຽງມີຫວັງຈະປະ ກາດໃນມື້ດຽວກັນ.
ປະຈຸບັນ ຢູ່ພາຍໃນປະເທດອິສລາແອນມີຄວາມເຫັນຂັດກັນຂ້ອນຂ້າງຫຼາຍຕໍ່ແຜນການ ເຄ່ືອນໄຫວແຕ່ຝ່າຍດຽວ, ຜູ່ສະໜັບສະໜູນກັບຜູ່ຄັດຄ້ານຢາກທໍ່ໆກັນ. ຜົນການລົງຄະ ແນນສຽງບໍ່ພຽງແຕ່ຈະກ່ຽວພັນໂດຍກົງເຖິງແຜນການເຄ່ືອນໄຫວແຕ່ຝ່າຍດຽວຈະໄດ້ຮັບ ການປະຕິບັດຫຼືບໍ່ທໍ່ນັ້ນ, ຍັງຈະມີຜົນສະທ້ອນຕໍ່ອະນາຄົດການເມືອງຂອງທ່ານຊາລົງໃນ ລະດັບໃດໜ່ຶງອີກດ້ວຍ.
|