ຕາມCRI: ວັນທີ9ມີນາ,ໃນງານຊຸມນຸມນັກຂ່າວທີ່ຈັດຂຶ້ນຢູ່ທີ່ປັກກິ່ງ,ທ່ານລິວຈ້ຽນຊາວ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ,ຝ່າຍຈີນຫວັງໃຫ້ສືບຕໍ່ຂະບວນວິວັດ ການເຈລະຈາຫົກຝ່າຍທີ່ກ່ຽວກັບບັນຫານິວເຄຼຍແຫຼມເກົາຫຼີ.
ທ່ານລິວຈ້ຽນຊາວເວົ້າວ່າ,ຝ່າຍຈີນຫວັງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງສາມາດສືບຕໍ່ໃຊ້ ທ່າທີອັນຄ່ອງແຄ້ວແລະຕິດແທດຕົວຈິງ,ຍຶດໝັ້ນຂະບວນວິວັດການເຈລະຈາສັນຕິ ພາບ,ທັງຕັງໜ້າພິຈາລະນາເຖິງຄວາມສົນໃຈເຊິ່ງກັນແລະກັນ,ໃນທີ່ສຸດຊອກໄດ້ວິທີ ແກ້ໄຂທີ່ສອດຄ່ອງກັບຜົນປະໂຫຍດຂອງບັນດາຝ່າຍແລະບັນດາຝ່າຍຮັບເອົາໄດ້.
ການແຈ້ງຂ່າວທີ່ກ່ຽວຂ້ອງເວົ້າວ່າ,ສປປເກົາຫຼີສະເໜີອອກຖືການທີ່ທະຫານອາເມລິ ກາປະຈຳສາທາລະນະລັດເກົາຫຼີຖອນອອກຈາກແຫຼມເກົາຫຼີເປັນເງື່ອນໄຂໃໝ່ທີ່ສປປ ເກົາຫຼີປະລະແຜນການນິວເຄຼຍ. ກ່ຽວກັບເລື່ອງນີ້,ທ່ານລິວຈ້ຽນຊາວກ່າວວ່າ,ຝ່າຍຈີນ ໄດ້ເອົາໃຈໃສ່ຂ່າວນີ້ແລ້ວ.ທ່ານເຫັນວ່າ,ແກນກາງຂອງບັນຫາດັ່ງກ່າວແມ່ນຄວາມສົນ ໃຈນຳຄວາມປອດໄພຂອງຝ່າຍສປປເກົາຫຼີ.ແຕ່ໃດມາ,ຝ່າຍຈີນກໍ່ມີເຈດຈຳນົງວ່າ,ການ ແກ້ໄຂບັນຫານິວເຄຼຍແຫຼມເກົາຫຼີ,ຕ້ອງເຮັດໃຫ້ແຫຼມເກົາຫຼີປອດນິວເຄຼຍ,ທັງຕ້ອງແກ້ ໄຂຄວາມສົນໃຈທີ່ສົມເຫດສົມຜົນຂອງສປປເກົາຫຼີກ່ຽວກັບຄວາມປອດໄພ,ນີ້ກໍ່ແມ່ນ ດ້ານສຳຄັນທີ່ສຸດໃນການແກ້ໄຂບັນຫານິວເຄຼຍແຫຼມເກົາຫຼີ.
|