ຕາມວິທະຍຸສາກົນແຫ່ງປະເທດຈີນ:ວັນທີ27ກຸມພາ,ຢູ່ທີ່ປັກກິ່ງ,ທ່ານອານເດິສ ຟົກ ລາສມູເຊັນ ນາຍົກລັດຖະມົນຕີດານມາກທີ່ພວມຢ້ຽມຢາມເຮັດວຽກງານຢູ່ຈີນກ່າວ ວ່າ,ທ່ານຊົມເຊີຍຈີນທີ່ໄດ້ເສີມຂະຫຍາຍບົດບາດອັນສຳຄັນໃນການເຈລະຈາຫົກ ຝ່າຍປັກກິ່ງຮອບສອງ.
ທ່ານລາສມູເຊັນກ່າວວ່າ,ຄວາມພະຍາຍາມຂອງຈີນແມ່ນມູນເຫດອັນສຳຄັນທີ່ໃຫ້ ການເຈລະຈາຫົກຝ່າຍປັກກິ່ງຮອບສອງຈັດຂຶ້ນໄດ້,ເຮັດໃຫ້ປະຊາຄົມໂລກຊອກໄດ້ ວິທີທີ່ແກ້ໄຂບັນຫາແຫຼມເກົາຫຼີໂດຍສັນຕິ.
|