ການເຈລະຈາ 6 ຝ່າຍປັກກ່ິງຮອບທີສອງທ່ີທ່ົວໂລກສົນໃຈນຳນັ້ນຈະຈັດຂຶ້ນຢູ່ທ່ີປັກ ກ່ິງໃນວັນທີ25ກຸມພາ.ວັນທີ24ກຸມພາຢູ່ທ່ີປັກກ່ິງ,ທ່ານນາງຈາງສີແຢ ໂຄສົກກະຊວງ ການຕ່າງປະເທດຈີນກ່າວວ່າ, ຝ່າຍຈີນຈະເຮັດຄືແຕ່ເກົ່າເມືອຫຼັງ ຕັ້ງໜ້າໄກ່ເກ່ຍ, ຊຸກຍູ້ໃຫ້ບັນດາຝ່າຍໃຊ້ທ່າທີອັນຄ່ອງແຄ້ວແລະຕິດແທດຕົວຈິງ, ເຮັດໃຫ້ການເຈລະ ຈາ 6 ຝ່າຍປັກກ່ິງສາມາດຈັດຂຶ້ນໄດ້ ແຕກດອກອອກຜົນແລະມີຄັ້ງຕໍ່ໄປອີກ.
ທ່ານຫຼິວຈຽນຊາວ ໂຄສົກຖະແຫຼງຂ່າວຂອງການເຈລະຈາ6ຝ່າຍຮອບທີສອງຂອງ ກະຊວງການຕ່າງປະເທດຈີນກ່າວວ່າ:ພາຍຫຼັງໄດ້ຈັດການເຈລະຈາຮອບທຳອິດແລ້ວ, ເພ່ືອຈັດການເຈລະຈາຮອບທີສອງ ຮັກສາຂະບວນການເຈລະຈາສັນຕິພາບ, ຈີນໃນ ຖານເປັນປະເທດເຈົ້າພາບຂອງການເຈລະຈາ, ໄດ້ສຸມກຳລັງຊຸກຍູ້ການເຈລະຈາສັນ ຕິພາບຢ່າງສະເໝີຕົ້ນສະເໝີປາຍ, ໄດ້ເສີມຂະຫຍາຍບົດບາດອັນສຳຄັນທ່ີຊຸກຍູ້ຈັດ ການເຈລະຈາເທ່ືອນີ້, ຝ່າຍອື່ນໆກໍ່ໄດ້ປະກອບສ່ວນຂອງຕົນເພ່ືອຈັດການເຈລະຈາ6 ຝ່າຍ.
ເມ່ືອທຽບໃສ່ກັບການເຈລະຈາ 6 ຝ່າຍຮອບທຳອິດແລ້ວ,ຄວາມໝາຍຂອງການເຈລະ ຈາ 6 ຝ່າຍຮອບທີສອງແມ່ນໄດ້ເລ່ີມຫາລືບັນຫາທາດແທ້. ທ່ານວາງອີ ຮອງລັດຖະ ມົນຕີການຕ່າງປະເທດຈີນ ຫົວໜ້າຄະນະຜູ່ແທນຝ່າຍຈີນທ່ີເຂົ້າຮ່ວມການເຈລະຈາ6 ຝ່າຍຮອບທີສອງກ່າວວ່າ: ຖ້າເວົ້າວ່າບັນດາຝ່າຍລ້ວນແຕ່ແມ່ນບັນຍາຍຫຼັກໝັ້ນຂອງ ໃຜລາວໃນການເຈລະຈາ6ຝ່າຍຮອບທຳອິດ ເພ່ີມຄວາມເຂົ້າໃຈເຊ່ິງກັນແລະກັນແລ້ວ, ການເຈລະຈາເທ່ືອນີ້ຈະກວມເຖິງບັນຫາທາດແທ້, ຈະມີຄວາມເຫັນແຕກຕ່າງກັນບາງ ຢ່າງໂດຍຫຼີກເວັ້ນບໍ່ໄດ້, ໃນຖານເປັນເຈົ້າພາບ, ພວກຂ້າພະເຈົ້າຮຽກຮ້ອງໃຫ້ບັນດາ ຝ່າຍຈ່ົງເຂົ້າຮ່ວມການເຈລະຈາເທ່ືອນີ້ດ້ວຍທ່າທີສ້າງສັນ.
ການເຈລະຈາ 6 ຝ່າຍປັກກ່ິງຈາກຮອບທຳອິດເຖິງຮອບທີສອງໄດ້ຜ່ານເວລາອັນຍາວ ຢຽດຄື 179 ວັນ. ໃນໂອກາດການເຈລະຈາ 6 ຝ່າຍຮອບທີສອງຈະຈັດຂຶ້ນນັ້ນ, ຫາງ ສຽງລາຍງານວ່າ, ມີຫຼາຍຝ່າຍໄດ້ສະແດງຄວາມຄິດທ່ີຫວັງໃຫ້ສ້າງກົນໄກການເຈລະ ຈາທ່ີຈັດຂຶ້ນເລື້ອຍໆແລະຫັນເປັນກົນໄກ.ກ່ຽວກັບບັນຫານີ້ ທ່ານຫຼິວຈຽນຊາວກ່າວວ່າ: ພວກຂ້າພະເຈົ້າຄອງຄອຍການເຈລະຈາ 6 ຝ່າຍສາມາດຈັດຂຶ້ນໄດ້ ແຕກດອກອອກ ຜົນແລະມີຄັ້ງຕໍ່ໄປອີກ, ໃນທ່ີສຸດຈະມີເສັ້ນທາງແກ້ໄຂບັນຫານິວເຄຼຍແຫຼມເກົາຫຼີໂດຍ ສັນຕິໄດ້. ສ່ວນການເຈລະຈາ 6 ຝ່າຍຈະດຳເນີນຕໍ່ໄປດ້ວຍຮູບການແນວໃດແລະດ້ວຍ ຈັງຫວະແນວໃດ, ບັນດາຝ່າຍຍັງຕ້ອງຫາລືກັນຕ່ືມອີກ, ເພ່ືອຕົກລົງເຮັດໃຫ້ຂະບວນ ການເຈລະຈາດຳເນີນຕໍ່ໄປແນວໃດໃນພາຍໜ້າ.
|