ຂ່າວສານຊິນຮວາລາຍງານວ່າ:ພາຍໃຕ້ການຈັດຕັ້ງຂອງຫ້ອງການຖະແຫຼງຂ່າວຄະ ນະລັດຖະບານຈີນ,ວັນທີ18ກຸມພາ,ນັກຂ່າວ13ຄົນທີ່ມາຈາກຫົວໜ່ວຍຖະແຫຼງຂ່າວ 9ແຫ່ງເຊັ່ນCNN ຂ່າວສານກີໂອໂດ ໜັງສືພິມອາຊາຮີຊິມບູນແລະຂ່າວສານຊິນຮວາ ເປັນຕົ້ນໄດ້ໄປຮອດແຂວງຮູເປເຊິ່ງເປັນແຂວງທີ່ມີພະຍາດໄຂ້ຫວັດສັດປີກຫຼາຍກວ່າ ໝູ່ຂອງຈີນ,ເພື່ອໄປເອົາຂ່າວ.
ນັບມາຮອດວັນທີ18ກຸມພາ,ແຂວງຮູເປໄດ້ພົບເຫັນພະຍາດທີ່ຖືກສົງໄສເປັນໄຂ້ຫວັດ ສັດປີກໃນ10ແຫ່ງ,ໃນນັ້ນ,9ແຫ່ງໄດ້ຖືກບົ່ງມະຕິເປັນພະຍາດໄຂ້ຫວັດສັດປີກທີ່ມີການ ຕິດແປດຮ້າຍແຮງທີ່ສຸດ. ປະຈຸບັນນີ້,ແຂວງນີ້ໄດ້ໃຊ້ມາດຕະການອັນເຂັ້ມງວດສະກັດ ກັ້ນການແຜ່ລາມຂອງພະຍາດ,ແລະຈັດສົ່ງນັກປາດລົງລົງຮາກຖານສຳຫຼວດກົດເກນ ການເກີດແລະແຜ່ລາມພະຍາດຂອງແຂວງນີ້.
|