ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-02-16 10:29:34    
ວິທີປ້ອງກັນໄຂ້ຫວັດໃຫຍ່ສັດປີກ

cri

ມາດຕະການຂອງລັດຖະບານຈີນທ່ີໃຊ້ເພື່ອປ້ອງກັນແລະປົວໄຂ້ຫວັດໃຫຍ່ສັດປີກກໍຄື:
ປິດລ້ອມເຂດເກີດພະຍາດ,ຈັບຂ້າສັດປີກທັງໝົດພາຍໃນບໍລິເວນ3ກິໂລແມັດ,ສັກຢາວັກ
ແຊງແບບບັງຄັບໃຫ້ສັດປີກພາຍໃນບໍລິເວນ5ຫຼັກນອກເຂດພະຍາດລະບາດ,ປ້ອງກັນ
ຢ່າງເຄັ່ງຄັດບໍ່ໃຫ້ໄກ່ແລະໄຂ່ໄກ່ທ່ີຕິດເຊື້ອໄຂ້ຫວັດໃຫຍ່ໃນເຂດທ່ີມີພະຍາດລະບາດ
ຖືກນຳໄປຂາຍໃນຕະຫຼາດ.

ມາດຕະການປ້ອງກັນສ່ວນຕົວຕົ້ນຕໍແມ່ນບໍ່ໄປເຂດພະຍາດ,ບໍ່ສຳຜັດສັດປີກທ່ີຍັງເປັນ,ຊີ້ນໄກ່ແລະໄຂ່ໄກ່ທ່ີຊື້ເມືອເຮືອນຕ້ອງຕົ້ມໃຫ້ສຸກຄັກໆ,ຖ້າມີອາການຖືຄີງໄຂ້,ເຈັບຫົວ,
ໜາວສະບັ້ນແລະເຈັບປວດອ່ອນເພຍໝົດຄີງ ເຈັບຄໍແລະໄອເປັນຕົ້ນຄວນໄປກວດທ່ີ
ໂຮງໝໍໂດຍໄວ,ນອກນີ້,ອົງການອະນາໄມໂລກຍັງເຕືອນພິເສດວ່າ,ດຽວນີ້ໄຂ້ຫວັດໃຫຍ່
ສັດປີກພວມລະບາດ,ຄວນລະວັງຮັກສາເດັກນ້ອຍເປັນພິເສດ,ເພາະວ່າເດັກນ້ອຍ12
ຂວບລົງລຸ່ມມັກຕິດແປດໄດ້ງ່າຍທ່ີສຸດ.

ຕາມບົດລາຍງານປ້ອງກັນພະຍາດໄຂ້ຫວັດໃຫຍ່ສັດປີກທ່ີກະຊວງສາທາລະນະສຸກໄທ
ປະກາດນັ້ນລາຍງານວ່າ,ເຖິງວ່ານັບມາຮອດສູ່ມື້ນີ້,ໃນໂລກໄດ້ມີໄຂ້ຫວັດໃຫຍ່ສັດປີກ
ລະບາດຫຼາຍເທື່ອແລ້ວ,ແຕ່ວ່າອົງການອະນາໄມໂລກຍັງບໍ່ທັນປະກົດເຫັນວ່າແມ່ບ້ານ
ຄົວກິນຕິດແປດພະຍາດຍ້ອນຊີ້ນໄກ່ແລະໄຂ່ໄກ່ເທື່ອ,ເພາະວ່າ,ເຊື້ອໂລກໄຂ້ຫວັດໃຫຍ
່ສັດປີກດັບດ້ວຍຄວາມຮ້ອນໄດ້,ສະນັ້ນ,ຊີ້ນໄກ່ແລະໄຂ່ໄກ່ຕ້ອງຕົ້ມສຸກແທ້ໆຈິ່ງກິນໄດ້.
ຖ້າມີສັດປີກຕິດແປດພະຍາດໄຂ້ຫວັດໃຫຍ່ແລະຕາຍຕ້ອງລາຍງານຕໍ່ຂະແຫນງການ
ສາທາລະນະສຸກທ່ີກ່ຽວຂ້ອງ,ຖ້າຈະຈັບບາຍສັດປີກທ່ີເປັນໄຂ້ຫວັດໃຫຍ່ຕ້ອງໃສ່ຖົງມື
ຫຼືຖົງຢາງ,ເມື່ອຈັບບາຍສັດປີກທ່ີເປັນພະຍາດ,ຕ້ອງໃຊ້ສະບູ່ລ້າງມື,ຄອບຄົວທ່ີມີເດັກ
ນ້ອຍຕ້ອງລະວັງຕົວຢ່າໃຫ້ເດັກຈັບບາຍສັດປີກ.

ທະແນມແຕ່ພວກເຮົາອີງຕາມຄວາມຮູ້ວິທະຍາສາດ,ໃຊ້ມາດຕະການປ້ອງກັນທຸກຢ່າງ
ແລ້ວກໍຈະເອົາຊະນະໄຂ້ຫວັດໃຫຍ່ສັດປີກໄດ້ຢ່າງແນ່ນອນ.