
ວິທະຍຸສາກົນແຫ່ງປະເທດຈີນລາຍງານວ່າ:ວັນທີ12ກຸມພາ,ລັດຖະບານຈີນໄດ້ບໍລິ ຈາກເງິນ1ແສນໂດລາສະຫະລັດໃຫ້ແກ່ໄທໂດຍຜ່ານສະຖານທູດຈີນປະຈຳໄທ, ສະໜັບສະໜຸນໄທຕ້ານພະຍາດໄຂ້ຫວັດສັດປີກ.
ໃນພິທີມອບຮັບເງິນບໍລິຈາກ,ທ່ານສຸລະຖຽດສະຖຽນໄທ ລັດຖະມົນຕີກະຊວງການ ຕ່າງປະເທດໄທເວົ້າວ່າ:ຈີນບໍລິຈາກເງິນສະໜັບສະໜຸນໄທຕ້ານພະຍາດໄຂ້ຫວັດ ສັດປີກໄດ້ສະແດງໃຫ້ເຫັນສາຍພົວພັນສະໜິດແໜ້ນລະຫວ່າງສອງຊາດແລະປະ ຊາຊົນສອງຊາດ,ຍັງໄດ້ສະແດງໃຫ້ເຫັນຈິດໃຈຮ່ວມມືຂອງປະຊາຄົມໂລກໃນການ ຕ້ານພະຍາດໄຂ້ຫວັດສັດປີກແລະພະຍາດຕິດແປດອື່ນໆ.
ກ່ອນນີ້,ລັດຖະບານຈີນຍັງໄດ້ປະກາດວ່າຈະໃຫ້ການຊ່ວຍເຫຼືອສຸກເສີນດ້ານເສດຖະ ກິດໃຫ້ແກ່ປະເທດອາຊີອື່ນໆທ່ີເກີດມີພະຍາດໄຂ້ຫວັດສັດປີກ.
|