ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-02-07 16:57:28    
ຈີນຍິນດີດຳເນີນການແລກປ່ຽນແລະຮ່ວມ
ມືກັບອົງການຈັດຕັ້ງສາກົນ ປະເທດ ແລະ
ເຂດແຄວ້ນທ່ີກ່ຽວຂ້ອງໃນຂົງເຂດປ້ອງກັນ
ແລະປົວໄຂ້ຫວັດສັດປີກ

cri
ຂ່າວສານຊິນຮວາລາຍງານວ່າ: ວັນທີ 6 ກຸມພາ,ຢູ່ທ່ີປັກກ່ິງ,ທ່ານຮຸຍລຽງຢູ້ ຮອງນາ
ຍົກລັດຖະມົນຕີຈີນ ຜູ້ບັນຊາການສູງສຸດຂອງກອງບັນຊາການປ້ອງກັນແລະປົວໄຂ້
ຫວັດສັດປີກປະເພດຮ້າຍແຮງແຫ່ງຊາດຈີນເວົ້າວ່າ,ຈີນຍິນດີສ້າງຊ່ອງທາງຕິດຕໍ່ທ່ີ
ໂປ່ງໃສແລະລຸລ່ວງກັບອົງການຈັດຕັ້ງສາກົນ,ປະເທດແລະເຂດແຄວ້ນທ່ີກ່ຽວຂ້ອງ,
ດຳເນີນການແລກປ່ຽນແລະຮ່ວມມືກັນໃນຂົງເຂດປ້ອງກັນແລະປົວໄຂ້ຫວັດສັດປີກ.

ໃນເວລາພົບປະທ່ານຄາມານອາຮາເມັດຜູ້ຕາງໜ້າອົງການຟາວສະຫະປະຊາຊາດ
ປະຈຳຈີນແລະທ່ານແຮນເບກດາມຜູ້ຕາງໜ້າອົງການອະນາໄມໂລກປະຈຳຈີນແລະ
ຜູ້ຊ່ຽວຊານທ່ີກ່ຽວຂ້ອງ,ທ່ານຮຸຍລຽງຢູ້ໄດ້ແນະນຳສະພາບກວມລວມຂອງວຽກງານ
ປ້ອງກັນແລະປົວໄຂ້ຫວັດສັດປີກຂອງຈີນພ້ອມທັງມາດຕະການສຳຄັນທ່ີຈີນນຳໃຊ້.

ຜູ້ຕາງໜ້າສອງອົງການຈັດຕັ້ງສາກົນດ່ັງກ່າວໄດ້ຍ້ອງຍໍໃນລະດັບສູງຕໍ່ທ່າທີແລະມາດ
ຕະການທ່ີລັດຖະບານຈີນໃຊ້ຕໍ່ໄຂ້ຫວັດສັດປີກປະເພດຮ້າຍແຮງ,ສະແດງຄວາມເຂົ້າ
ໃຈຕໍ່ຄວາມລຳບາກກາກກຳຂອງວຽກງານປ້ອງກັນແລະປົວໄຂ້ຫວັດສັດປີກຂອງຈີນ
ພ້ອມທັງຜົນສະທ້ອນຂອງພະຍາດດ່ັງກ່າວ,ແລະກ່າວວ່າ,ຍິນດີເກາະແຂນກັນກັບລັດ
ຖະບານຈີນພ້ອມກັນຕໍ່ສູ້ກັບໄຂ້ຫວັດສັດປີກແລະສະໜັບສະໜູນຈີນຕ້ານໄຂ້ຫວັດສັດ
ປີກ