ວິທະຍຸສາກົນແຫ່ງປະເທດຈີນລາຍງານວ່າ:ວັນທີ6ກຸມພາ,ໃນກອງປະຊຸມໃຫ້ຄຳປຶກ ສາຂອງຜູ້ຊ່ຽວຊານກ່ຽວກັບກັນແລະປົວພະຍາໄຂ້ຫວັດສັດປີກທ່ົວປະເທດທີ່ໄຂຂຶ້ນຢູ່ ທີ່ປັກກິ່ງ,ທ່ານຮຸຍລຽງຢູ້ ຮອງນາຍົກລັດຖະມົນຕີຈີນ ຜູ້ບັນຊາການສູງສຸດຂອງກອງ ບັນຊາການກັນແລະປົວພະຍາດໄຂ້ຫວັດສັດປີກທົ່ວປະເທດຈີນກ່າວເນັ້ນວ່າ,ຕ້ອງອາ ໄສວິທະຍາສາດເຕັກນິກຢ່າງເຕັມທີ່,ຈັດຕັ້ງພາກສ່ວນທີ່ກ່ຽວຂ້ອງຮ່ວມກັນແກ້ຂໍ້ຍາກ, ຍົກສູງລະດັບວິທະຍາສາດເຕັກນິກທີ່ກັນແລະປົວພະຍາດໄຂ້ຫວັດສັດປີກທີ່ມີການຕິດ ແປດຮ້າຍແຮງທີ່ສຸດນັ້ນຢ່າງແທ້ຈິງ.
ທ່ານກ່າວເນັ້ນອີກວ່າ,ຕ້ອງເພີ່ມທະວີການແລກປ່ຽນແລະການຮ່ວມມືກັບອົງການຈັດຕັ້ງ ສາກົນ ປະເທດທີ່ກ່ຽວຂ້ອງແລະເຂດຮົງກົງ ມາກາວ ໄຕ້ຫວັນ,ອອກແຮງດຳເນີນການ ຮ່ວມມືກັນຄົ້ນຄວ້າດ້ານວິທະ ຍາສາດເຕັກນິກ,ສ້າງພື້ນຖານອັນດີງາມໃຫ້ການຮ່ວມກັນ ກັນແລະປົວພະຍາດໄຂ້ຫວັດສັດປີກ.
|