ວິທະຍຸສາກົນແຫ່ງປະເທດຈີນລາຍງານວ່າ:ໂດຍແນໃສ່ການແຈ້ງຂ່າວຂອງໜັງສືພິມ ແທມສອັງກິດໃນວັນທີ2ກຸມພາວ່າຢູ່ຈີນມີຄົນເປັນພະຍາດໄຂ້ຫວັດສັດປີກ,ວັນທີ3ກຸມ ພາ,ໂຄສົກຖະແຫຼງຂ່າວຂອງກະຊວງສາທາລະນະສຸກຈີນກ່າວວ່າ,ການແຈ້ງຂ່າວດັ່ງ ກ່າວບໍ່ຖືກກັບເລື່ອງຈິງ,ທັງບໍ່ຮັບຜິດຊອບ.
ເມື່ອໄດ້ກວດກາແລະເຝົ້າລະວັງ588ຄົນທີ່ເຄີຍສຳຜັດຢ່າງໃກ້ຊິດກັບສັດປີກທີ່ເປັນພະ ຍາດແລ້ວ,ນັບມາຮອດປະຈຸບັນນີ້,ຈີນຍັງບໍ່ທັນໄດ້ພົບເຫັນຜູ້ໃດເປັນພະຍາດໄຂ້ຫວັດ ສັດປີກ.
ມື້ດຽວກັນ,ທ່ານນາງຈ່າງຂີຢົ້ວ ໂຄສົກກະຊວງການຕ່າງປະເທດຈີນກໍ່ໄດ້ກ່າວຕີໂຕ້ ການແຈ້ງຂ່າວທີ່ບໍ່ຖືກກັບເລື່ອງຈິງທີ່ວ່າຈີນມີຄົນເປັນພະຍາດໄຂ້ຫວັດສັດປີກ.ເພີ່ນ ເວົ້າວ່າ,ການລະບາດໄຂ້ຫວັດສັດປີກແມ່ນບັນຫາທີ່ມວນມະນຸດປະເຊີນຢູ່,ມັນຕ້ອງ ການປະເທດທີ່ກ່ຽວຂ້ອງເພີ່ມທະວີການຮ່ວມມືມາແກ້ໄຂໃຫ້ຕົກ.
|