ຂ່າວສານຊິນຮວາລາຍງານວ່າ: ວັດທີ1 ກຸມພາ,ກະຊວງກະສິກຳຈີນໄດ້ຮັບ ລາຍງານວ່າຫວ່າງມໍ່ໆນີ້,ຢູ່ເມືອງຢົງຄາງແຂວງເຈິຈ່ຽງ ເມືອງອີຊາງແຂວງ ຫູເປ ເມືອງເສີງກົ້ງແຂວງຢູນນານ ເມືອງຜີງຢູແຂວງເຫີນານແລະກອງພົນ ໃຫຍ່ກະສິກຳທີ12 ຂອງກອງທັບການຜະລິດແລະກໍ່ສ້າງເຂດຊິນຈຽງເປັນຕົ້ນ ເກີດພະຍາດທ່ີຖືກສົງໄສເປັນໄຂ້ຫວັດໃຫຍ່ສັດປີກ.
ຕາມລາຍງານກ່າວວ່າ,ທ້ອງຖ່ິນເຫ່ົຼານີ້ຕ່າງມີພະຍາດທ່ີຖືກສົງໄສເປັນໄຂ້ຫວັດ ໃຫຍ່ທ່ີຕິດແປດງ່າຍລາຍໜ່ຶງ.
ພາກສ່ວນທ່ີກ່ຽວຂ້ອງຂອງຈີນໄດ້ລາຍງານສະພາບດ່ັງກ່າວໃຫ້ຝ່າຍທ່ີກ່ຽວ ຂ້ອງຄືອົງການຟາວຂອງສະຫະປະຊາຊາດ ແລະອົງການອະນາໄມໂລກ ເປັນຕົ້ນຊາບແລ້ວ.
ປະຈຸບັນ,ທ້ອງຖ່ິນດ່ັງກ່າວໄດ້ໃຊ້ມາດຕະການຂ້າໄກ່ແລະບັງຄັບສັກຢາວັກ ແຊງຢ່າງຮີບດ່ວນ,ສະພາບພະຍາດໄດ້ຮັບການຄວບຄຸມແລ້ວ,ຍັງບໍ່ທັນປະ ກົດມີຄົນຖືກຕິດແປດ.
ກະຊວງກະສິກຳຈີນກໍ່ໄດ້ແຕ່ງໜ່ວຍກວດກາໄປເຂດດ່ັງກ່າວ,ຊ່ອຍທ້ອງຖ່ິນ ດັບສູນພະຍາດ,ເພ່ືອປ້ອງກັນບໍ່ໃຫ້ສະພາບພະຍາດແຜ່ລະບາດ.
|