ຂ່າວສານຊິນຮວາລາຍງານວ່າ,ວັນທີ 30 ມັງກອນ,ກົມໃຫຍ່ຕິດຕາມກວດກາຄຸນນະພາບ ແລະພະຍາດແຫ່ງຊາດຈີນໄດ້ອອກປະກາດແຈ້ງການດ່ວນ,ຮຽກຮ້ອງໃຫ້ເຊົາຂາຍສັດປີກ ນົກ ແລະຜະລິດຕະພັນສັດປີກຂອງ ແຂວງຫູເປ ຫູນານໃຫ້ຕ່າງປະເທດໃນທັນທີ,ແລະ ເຊົາຂາຍສັດປີກ ນົກແລະຜະລິດຕະພັນສັດປີກຂອງ 3 ແຂວງ ນະຄອນເຊ່ັນ:ແຂວງອານ ອຸຍ ນະຄອນຊຽງໄຮ້ແລະແຂວງກວາງຕຸ້ງໄປຕ່າງປະເທດແລະຮົງກົງ ມາກາວຊ່ົວຄາວ.
ກະຊວງການຄ້າຂອງຈີນກໍ່ຮຽກຮ້ອງໃຫ້ແຫ່ງຕ່າງໆເພ່ີມທະວີການຄຸ້ມຄອງການຈໍລະຈອນ ຕະຫຼາດແລະປ້ອງກັນໄຂ້ຫວັດໃຫຍ່ຂອງສັດປີກຢ່າງເຂັ້ມງວດ.ເພື່ອເພ່ີມທະວີການນຳພາ ການຈັດຕັ້ງວຽກງານປ້ອງກັນແລະປ່ິນປົວ ໄຂ້ຫວັດໃຫຍ່ສັດປີກທີ່ຕິດແປດງ່າຍ ວັນທີ30 ມັງກອນ, ຄະນະລັດຖະບານຈີນຕົກລົງສ້າງຕັ້ງກອງບັນຊາການໃຫຍ່ທີ່ປ້ອງກັນແລະປ່ິນ ປົວໄຂ້ຫວັດໃຫຍ່ສັດປີກທີ່ຕິດແປດງ່າຍ,
ຫລັງຈາກເຂດອູຊວຍແຂວງຫູເປ ແລະເຂດອູກາງແຂວງຫູນານ ເກີດໄຂ້ຫວັດໃຫຍ່ສັດ ປີກທີ່ຕິດແປດງ່າຍແລ້ວ,ອົງການປົກຄອງທ້ອງຖ່ິນໃຊ້ມາດຕະການຢ່າງບັງເກີດຜົນໃນທັນ ທີແລະອອກແຮງດັບພະຍາດ,ນັບມາຮອດຕອນຮຸ່ງເຊົ້າວັນທີ 31 ສັດປີກທັງຫມົດໃນເຂດ ທີ່ມີຍາດລະບາດຖືກຂ້າຫມົດ,ສະພາບການພະຍາດບໍ່ໄດ້ແຜ່ລະບາດ,ອົງການປົກຄອງ ທ້ອງຖ່ິນທີ່ປະກົດເຫັນໄຂ້ຫວັດໃຫຍ່ສັດປີກທີ່ຕິດແປດງ່າຍເຊ່ັນແຂວງອານອຸຍ ແຂວງ ກວາງຕຸ້ງແລະນະຄອນຊຽງໄຮ້ໄດ້ຂ້າສັດປີກທີ່ມີພະຍາດແລະໃຊ້ມາດຕະການຕ້ານພະ ຍາດຢ່າງບັງເກີດຜົນໃນທັນທີ.
ມື້ວານນີ້ອົງການຟາວສະຫະປະຊາຊາດໄດ້ຮຽກຮ້ອງໃຫ້ປະຊາຄົມໂລກສະຫນອງການ ຊ່ອຍເຫຼືອໃຫ້ປະເທດທີ່ຖືກຜົນສະທ້ອນຈາກໄຂ້ຫວັດໃຫຍ່ສັດປີກ,ເພື່ອຮັບປະກັນການ ຄວບຄຸມໄຂ້ຫວັດໃຫຍ່ສັດປີກຢ່າງທັນການ.
ມື້ວານນີ້,ອົງການອະນາໄມໂລກປະກາດວ່າ,ໄວລັສຂອງໄຂ້ຫວັດໃຫຍ່ສັດປີກອາດຈະ ເກີດຂຶ້ນໃນເດືອນເມສາປີກາຍ,ໃນ 9 ເດືອນມານີ້,ມັນມີການປ່ຽນແປງບໍ່ຫຼາຍປານໃດ, ທັງນີຫມາຍຄວາມວ່າ,ເວລາທີ່ໄວລັສຕິດກັບມວນມະນຸດນັ້ນຈະດົນກວ່າເວລາທີ່ຜູ້ຊ່ຽວ ຊານຄາດຄະເນ.
ນອກນີ້,ຕາມຂ່າວແຈ້ງວ່າ,ນັບມາຮອດວັນທີ 30 ມັງກອນ,ສະພາບພະຍາດໄຂ້ຫວັດໃຫຍ່ ສັດປີກໄດ້ຮັບການຄວບຄຸມແລ້ວໃນບາງປະເທດເຊ່ັນຍ່ີປຸ່ນເປັນຕົ້ນ.ແຕ່ໃນປະເທດໄທ, ຫວຽດນາມແລະປະເທດອື່ນໆພັດມີທ່ວງທ່ານັບມື້ນັບຮ້າຍແຮງ,ບັນດາປະເທດພວມຂຸ້ນ ຂ້ຽວໃຊ້ມາດຕະການປ້ອງກັນແລະຄວບຄຸມ,ປ້ອງກັນບໍ່ໃຫ້ໄຂ້ຫວັດໃຫຍ່ສັດປີກແຜ່ລະ ບາດ.
ນອກນີ້,ຂ່າວແຈ້ງວ່າ,ວັນທີ 30 ມັງກອນ,ໃນງານຟັງຄຳຢືືນຢັນທີ່ຄະນະກຳມາທິການວຽກ ງານກະສິກຳຂອງລັດຖະສະພາເປັນຜູ້ຈັດຂຶ້ນ,ທ່ານບີນກາລານ.ຊາລາກີ ລັດຖະມົນຕີກະ ຊວງກະສິກຳອິນໂດເນເຊຍປະກາດວ່າ,ເນື່ອງຈາກສະພາບໄຂ້ຫວັດໃຫຍ່ສັດປີກຂອງອິນ ໂດເນເຊຍນັບມື້ນັບໜັກໜ່ວງ,ລັດຖະບານປະກາດຈັດໄຂ້ຫວັດໃຫຍ່ສັດປີກເປັນໂລກຫ່າ ໃນຂອບເຂດທົ່ວປະເທດ,ຮຽກຮ້ອງໃຫ້ທົ່ວປວງຊົນດຳເນີນການເຄື່ອນໄຫວ,ຕັ້ງໜ້າປ້ອງ ກັນພະຍາດ.
ທ່ານຊາລາກີເວົ້າວ່າໄຂ້ຫວັດໃຫຍ່ສັດປີກໄດ້ເຮັດໃຫ້ໄກ່ຫຼາຍລ້ານໂຕໃນທົ່ວປະເທດຕາຍ, ນັບລວມແລ້ວ,ໄດ້ເສຍຫາຍປະມານ950ລ້ານໂດລາສະຫະລັດພ້ອມກັນນັ້ນຍັງໄດ້ເຮັດໃຫ້ 1ລ້ານ2ແສນ5ໝື່ນຄົນຫວ່າງງານ.
|