ຫວັງວ່າ ອາເມຣິກາ ຈະເຂົ້າໃຈຄວາມໝາຍທີ່ເລິກເຊິ່ງຂອງຄຳວ່າ "ປະຕິບັດງານຢ່າງລະມັດລະວັງ"
ເມື່ອບໍ່ດົນມານີ້, ທ່ານ ຫວາງຢີ້, ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ສົນທະນາກັບ ທ່ານ ມາໂຄ ອັນໂຕນີໂອ ຣູບີໂອ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາຄົນໃໝ່ ໂດຍຜ່ານທາງໂທລະສັບ. ນີ້ແມ່ນການຕິດຕໍ່ພົວພັນຄັ້ງທຳອິດລະຫວ່າງຜູ້ຮັບຜິດຊອບດ້ານການຕ່າງປະເທດສູງສຸດຂອງຈີນແລະ ອາເມຣິກາ ຫຼັງຈາກ ທ່ານ ໂດນັນ ທຣໍາ ກັບຄືນສູ່ທຳນຽບປະທານາທິບໍດີອາເມຣິກາ. ໃນຕອນທ້າຍຂອງການສົນທະນາ, ທ່ານ ຫວ່າງຢີ້ ໄດ້ເວົ້າວ່າ: "ຫວັງວ່າທ່ານຈະ ‘ຫາວຈື້ເຫວີຍຈື່’ (ປະຕິບັດງານຢ່າງລະມັດລະວັງ), ຈົ່ງເສີມຂະຫຍາຍບົດບາດຢ່າງສ້າງສັນ ເພື່ອອະນາຄົດຂອງປະຊາຊົນຈີນແລະອາເມຣິກາ ກໍຄືເພື່ອສັນຕິພາບ ແລະ ສະຖຽນລະພາບຂອງໂລກ. "
26-Jan-2025